ກິລາ

ຮີໂຣຫຼຽນຄໍາທໍາອິດ ເດີນທາງກັບເຖິງບ້ານເກີດແລ້ວ ທ່າມກາງການຕ້ອນຮັບຂອງແຟນໆ


   ໃນຕອນເຊົ້າຂອງວັນທີ 29 ສິງຫາ 2017 ທັບນັກກີລາເປຕັງລາວ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ຄໍາຫຼ້າ ວິນໄລທອງ ປະທານສະຫະພັນເປຕັງແຫ່ງຊາດລາວ ແລະ ທີມຍິງຊຸດຍິງເຈົ້າຂອງຫຼຽນຄໍາປະກອບມີ ນາງ ຈັນສະໝອນ, ຈິນດາວອນ ສີສະຫວາດ, ຄູນ ສຸກສະຫວັນ ແລະ ມິມີ ວົງສະຫວາດ ທີ່ເອົາຊະນະ ເຈົ້າພາບ 13-8 ຄວ້າຫຼຽນຄໍາທໍາອິດໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2017 ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ລວມເຖິງກີລາອື່ນໆທີ່ທະຍອຍກັນກັບມາ.

   ສໍາລັບ ເປຕັງ ປະເພດກີລາທີ່ຄວ້າຫຼຽນຄໍາທໍາໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2017 ໄດ້ສໍາເລັດ ເຊິ່ງກີລາ ເປຕັງ ໄດ້ແຂ່ງຂັນສໍາເລັດແລ້ວໃນຊີເກມ 2017 ປະກົດວ່າ: ທັບນັກກີລາເປຕັງລາວ ສູ້ຊົນໄດ້ 1 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ ( 1 ຫຼຽນຄໍາຈາກ ທີມຊຸດຍິງ, 1 ຫຼຽນເງິນຈາກ ທີມຊຸດຊາຍ ແລະ 3 ຫຼຽນທອງໄດ້ຈາກ ຄູຍິງ, ຄູ່ຊາຍ ແລະ ຄູ່ປະສົມ ).

   ເຊິ່ງນັບແຕ່ມື້ເປີດສາກການແຂ່ງຂັນຢ່າງເປັນທາງການຈົນເຖິງວັນທີ 28 ສິງຫາ 2017 ທັບນັກກີລາລາວ ສົ່ງເຂົ້າຮ່ວມ 22 ປະເພດກີລາ ສາມາດຍາດໄດ້ 2 ຫຼຽນຄໍາ (ຈາກ ເປຕັງ ແລະ ສະນຸກເກີ ), 3 ຫຼຽນເງິນ ແລະ 13 ຫຼຽນທອງ ຢູ່ອັນດັບທີ 8 ຂອງຕາຕະລາງສະຫຼຸບຫຼຽນ ( ອັບເດດຕອນເຊົ້າຂອງວັນທີ 29 ສິງຫາ 2017). ຢ່າງໃດກໍ່ຕາມ, ຕ້ອງລຸ້ນເບິ່ງ 2 ວັນສຸດທ້າຍວ່າ ຈະມີຫຼຽນຄໍາທີ 3 ໃຫ້ກັບທັບນັກກີລາລາວ ຫຼື ບໍ? ເພື່ອບັນລຸເປົ້າໝາຍຢ່າງໜ້ອຍ 3 ຫຼຽນຄໍາ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.