LU02

ທ່ານຄຳໄຕ ສີພັນດອນ ຢ້ຽມຢາມອັດຕະປື ສະແດງຄວາມເປັນຫ່ວງການສໍ້ລາດບັງຫຼວງ, ເນັ້ນໃຫ້ສືບຕໍ່ວຽກ 3 ສ້າງ



ທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ, ປະທານປະເທດ ໄດ້ເດີນທາງມາຢ້ຽມຢາມແຂວງອັດຕະປື ໃນຕອນບ່າຍ ວັນທີ 11 / 1 / 2018 ໂດຍມີທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະປະຈຳພັກແຂວງ ໃຫ້ການຕ້ອນຮັບ.





 ໂອກາດດັ່ງກ່າວ ກໍ່ໄດ້ມີພິທີ ພົບປະໂອ້ລົມ ທີ່ສະໂມສອນຊັ້ນ 5 ສຳນັກງານອົງການປົກຄອງແຂວງ ໂດຍມີຄະນະພັກ, ຄະນະ ນຳຈາກພະແນກການອ້ອມຂ້າງ ຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.


 ໃນພິທີ ພາຍຫຼັງໄດ້ຮັບຟັງທ່ານເຈົ້າແຂວງ ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງແລ້ວ ທ່ານ ຄຳໄຕ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ປະເດັນສຳຄັນ ນອກຈາກທ່ານໄດ້ຍົກໃຫ້ເຫັນມູນເຊື້ອ ການນຳພາ ຂອງພັກ ແລ້ວ ທ່ານຍັງໄດ້ສະແດງ ຄວາມເປັນຫ່ວງຕໍ່ຄວາມເປັນແບບຢ່າງຂອງພະນັກງານ ສະມາຊິກພັກ ທີ່ນຳພາແຕ່ລະ ຂົງເຂດໃນປະຈຸບັນ, ເກີດມີການສໍ້ລາດ ບັງຫຼວງ ແລະ ເຮັດເປັນຂະບວນການ.


 ໂອກາດດັ່ງກ່າວ ທ່ານໄດ້ ຊີ້ນຳ ແລະ ເນັ້ນໃຫ້ແຂວງອັດຕະປື ກວດກາ ແລະ ປັບປຸງຄືນ ວຽກງານ ພັກ ໂດຍສະເພາະ ການກໍ່ສ້າງໜ່ວຍພັກແຂງ ຮູ້ນໍາພາຮອບດ້ານ ໃນແຕ່ລະຂົງເຂດ ລວມທັງຮາກຖານບ້ານ ກວດກາຄວາມຮັບຜິດຊອບ ການນຳພາຂອງສຳມະຊິກພັກ ແຕ່ລະສະຫາຍ ໃນການເຮັດສຳເລັດໜ້າທີ່ຕາມພາລະບົດບາດ ພ້ອມທັງ ປັບປຸງຄືນການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານຫົວໜ່ວຍພັດທະນາ ໂດຍນຳໃຊ້ທ່າແຮງ ດ້ານຊັບພະຍາກອນມະນຸດ ແລະ ຊັບພະຍາກອນທຳມະຊາດ ເຂົ້າໃນການພັດທະນາ ໃຫ້ເກີດປະໂຫຍດສູງສຸດປະຊາຊົນ ແລະ ປະເທດຊາດ.










Cr: Attapeu Online

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.