ກວດກາຊັບສິນ

ປີຜ່ານມາ ກວດພົບຜົນເສຍຫາຍຈາກສໍ້ລາດບັງຫລວງຫລາຍກວ່າ 404 ຕື້ກີບ


ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດປະຈຳ​ປີ 2017 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 10-12 ມັງກອນນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ, ປະທານ​ກວດກາ​ສູນ​ກາງ​ພັກ, ປະທານ​ອົງການ​ກວດກາ​ລັດຖະບານ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂັ້ນສູນ​ກາງ, ໂດຍມີການເປີດເຜີຍວ່າ: ປີຜ່ານມາໄດ້​ດຳ​ເນີນການ​ຕິດຕາມ-ກວດກາ​ພຶດຕິ​ກຳ​ການ​ສໍ້ລາດ​ບັງ​ຫລວງ​ຂອງ​ພະນັກງານ-ລັດຖະກອນ​ຢູ່​ບັນດາ​ກະຊວງ-ອົງການ ​ແລະ ທ້ອງ​ຖິ່ນຕ່າງໆ, ຊຶ່ງສາມາດ​ດຳ​ເນີນ​ໄດ້ 80 ​ເລື່ອງ, ​ໃນ​ນັ້ນ​ໄດ້​ສືບສວນ-ສອບ​ສວນ​ຄະດີ​​ສໍ້​ລາດ​ບັງ​ຫລວງ 3 ກໍລະນີທີ່​ກ່ຽວ​ຂ້ອງກັບການ​ຊຳລະ​ໜີ້​ສິນ​ຂອງ​ໂຄ​ງການ​ບໍ່​ມີ​ຕົວ​ຕົນ ​ແລະ ຈ່າຍ​ເງິນ​ເກີນ-ຊ້ຳຊ້ອນ​ຢູ່ 12 ​ແຂວງ, ນະຄອນຫລວງ​ວຽງ​ຈັນ ແລະ 1 ກະຊວງ, ລວມມີມູນ​ຄ່າ​ເສຍ​ຫາຍເປັນເງິນ 404,33 ຕື້ກີບ, ​ໃນ​ນັ້ນສາມາດກູ້ຄືນມາ​ໄດ້ແລ້ວຫລາຍກວ່າ 317 ຕື້ກີບ.

ທ່ານ ບຸນທອງ ຈິດມະນີໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸຸບຕີລາຄາ ແລະ ປະກອບຄຳເຫັນຕໍ່ການ ເຄື່ອນໄຫວປະຕິບັດວຽກງານ ຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໜຶ່ງປີຜ່ານມາ, ໂດຍສົມ ທຽບໃສ່ທິດທາງ, ຄາດໝາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ກອງປະຊຸມວຽກງານກວດ ກາທົ່ວປະເທດ ຄັ້ງທີ III, ແຜນ ການປະຈຳປີ 2017 ຜ່ານມາ ພ້ອມກັນປຶກສາຫາລືທິດທາງ ແຜນການວຽກງານກວດກາ ປີ 2018 ແລະ ຄົ້ນຄວ້າປະກອບ ຄຳເຫັນຕໍ່ບົດລາຍງານ ແລະ ເອກະສານແນະນຳຕ່າງໆ ທີ່ ສະເໜີຕໍ່ກອງປະຊຸມ. ສຳລັບວຽກງານກວດກາ ໃນໜຶ່ງປີຜ່ານມາຄະນະພັກ, ອົງການປົກຄອງ ແລະ ຄະນະ ກວດກາແຕ່ລະຂັ້ນ ໄດ້ພ້ອມ ກັນຕັ້ງໜ້າບຸກບືນປະຕິບັດ ວຽກງານຕິດຕາມ-ກວດກາສະ ກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫຼວງ, ຄົ້ນຄວ້າແກ້ໄຂຄຳ ຮ້ອງ-ຄຳສະເໜີ ແລະ ປັບປຸງ ການຈັດຕັ້ງຢູ່ຂັ້ນຂອງຕົນມີຜົນ ສຳເລັດຫຼາຍດ້ານ.


 ແຕ່ພ້ອມ ກັນນັ້ນ ພວກເຮົາກໍຍັງມີດ້ານ ອ່ອນ ແລະ ຂໍ້ຄົງຄ້າງຫຼາຍປະ ການ ສະນັ້ນ ກອງປະຊຸມພວກ ເຮົາເທື່ອນີ້ ຈະໄດ້ພ້ອມກັນຄົ້ນ ຄວ້າຍົກໃຫ້ເຫັນດ້ານດີ, ບົດ ຮຽນທີ່ຕ້ອງເສີມຂະຫຍາຍ, ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງ ຄ້າງ, ສາເຫດ ເພື່ອປັບປຸງແກ້ ໄຂໃນຕໍ່ໜ້າເປັນຕົ້ນແມ່ນວຽກ ງານຕິດຕາມ-ກວດກາໃນພັກ, ສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫຼວງ ພ້ອມກັນນັ້ນ ຕ້ອງ ຄົ້ນຄວ້າປະກອບຄວາມຄິດ ເຫັນໃຫ້ເລິກເຊິ່ງ, ເປັນເອກະ ພາບຕໍ່ທິດທາງ, ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ ຈັດຕັ້ງປະຕິບັດໃນປີ 2018, ແນໃສ່ເຮັດໃຫ້ວຽກງານຕິດ ຕາມ-ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງຢູ່ ສູນກາງ ແລະ ທ້ອງຖິ່ນໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ແລະ ມີການຫັນປ່ຽນດີຂຶ້ນ ກວ່າເກົ່າ, ປະກອບສ່ວນເຮັດ ໃຫ້ການຄຸ້ມຄອງລັດດ້ວຍກົດ ໝາຍມີຄວາມສັກສິດ, ການ ພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ບັນລຸ ຕາມລະດັບຄາດໝາຍທີ່ວາງ ໄວ້, ການກໍ່ສ້າງພັກ, ພະນັກ ງານໃຫ້ມີຄວາມປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນຕາມທິດ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກຳນົດໄວ້. ໃນກອງປະຊຸມຄັ້ງນີ້ ທ່ານ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ ຮອງປະທານອົງການກວດກາ ລັດຖະບານ ຮອງຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຂຶ້ນຜ່ານຮ່າງ ບົດສະຫຼຸຸບຕີລາຄາການເຄື່ອນ ໄຫວວຽກງານຕິດຕາມ-ກວດ ກາ ແລະ ສະກັດກັ້ນຕ້ານການ ສໍ້ລາດບັງຫຼວງໄລຍະ 1 ປີ ຜ່ານ ມາ 2017 ທິດທາງແຜນການ ວຽກງານກວດກາປີ 2018.


ຮຽບຮຽງຈາກຫນັງສືພິມລາວພັດທະນາ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.