LU02

ຕ້ອງຈັດການຈັ່ງໃດດີ ພົ້ນຈາກໂທດປະຫານຊີວິດຍັງກັບສູ່ທາງເກົ່າ




ຄຸກນັບວ່າເປັນສະຖານສືກສາອີກແຫ່ງໃນວົງການຊີວິດ, ຫຼາຍໆຄົນທີ່ຕິດຄຸກອອກມາແລ້ວເໝືອນໄດ້ຮຽນຮູ້ບົດຮຽນໃໝ່, ຮູ້ຄຸນຄ່າຂອງເວລາ ແລະຮູ້ສຶກກິນແໜງກັບການກະທຳທີ່ບໍ່ຢັງຄິດອື່ນໆ ຜູ້ທີ່ຄິດໄດ້ກໍ່ກາຍເປັນຄົນດີຂອງສັງຄົມໄປນັ້ນມີຫຼາຍ ແຕ່ຍັງມີອີກກຸ່ມໜຶ່ງທີ່ອາໄສຄຸກເປັນບ່ອນຮຽນແນວບໍ່ດີ ເມື່ອອອກມາແລ້ວເຮ່ງໄປກະທຳຮ້າຍແຮງກວ່າເດີມ, ບາງຄົນກັບຄືນທາງເກົ່າເຮັດນຽນກວ່າຄັ້ງຜ່ານມາອີກ  ດັ່ງຄະດີທີ່ເຈົ້າ ໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຂດບ້ານ ດອນວັງໂພ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 18 ມັດ ພ້ອມລົດກະບະຣີໂວ້ 2 ຄັນ; ເຊິ່ງຜູ້ຖືກຫາ 1 ໃນນັ້ນ, ເຄີຍຖືກສານຕັດສິນປະຫານຊີວິດມາແລ້ວ 1 ຄັ້ງ ທີ່ປະເທດເພື່ອນບ້ານ.


ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກພົນ ລະເມືອງດີວ່າຈະມີກຸ່ມ ຄົນບໍ່ດີນັດຊື້-ຂາຍຢາ ບ້າຢູ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ຈາກນັ້ນ, ໄດ້ນໍາໃຊ້ວິຊາສະເພາະ ຕິດຕາມມາຮອດວັນທີ 20 ພະຈິກ 2017 ກໍຮູ້ໄດ້ເປົ້າໝາຍ ຈຶ່ງໄດ້ນໍາໃຊ້ວິຊາສະເພາະເຂົ້າກັກ ຕົວຜູ້ຖືກຫາທັງ 3 ຄົນ ຊື່ ນາງ ລຸນ ອາຍຸ 55 ປີ ແລະ ທ້າວ ປ່ອຍ ອາຍຸ 57 ປີ (ຜົວ-ເມຍ) ທັງສອງຢູ່ບ້ານດອນວັງໂພ ເມືອງປາກງື່ມ ແລະ ທ້າວ ສິງຄຳ ອາຍຸ 65 ປີ ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂະນະຊື້-ຂາຍຢາບ້າ ນຳກັນ.


ຜ່ານການສອບສວນຂະຫຍາຍຜົນ, ທ້າວ ສິງຄໍາ ສາລະພາບວ່າ: ໃນປີ 2001 ຜູ້ກ່ຽວ ຖືກເຈົ້າໜ້າທີ່ຕໍາຫຼວດເມືອງ ໂພນພິໃສ ແຂວງໜອງຄາຍ ປະເທດໄທ ກັກຕົວໃນຂໍ້ຫາຄ້າຂາຍຢາເສບຕິດ, ຖືກສານປະເທດໄທ ຕັດສິນປະຫານຊີ ວິດ ແຕ່ພາຍຫຼັງປະຕິບັດໂທດໄດ້ຫຼາຍປີ, ມີການປະຕິບັດລະບຽບວິໄນດີ ຈຶ່ງ ໄດ້ຮັບການອະໄພຍະໂທດ ແລະ ປ່ອຍ ຕົວກ່ອນກໍານົດ ໃນວັນທີ 24 ກໍລະກົດ 2017. ຫຼັງຈາກນັ້ນ, ກໍກັບມາປະເທດລາວ ໂດຍມາອາໄສນໍາເມຍຢູ່ບ້ານ ທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຢູ່ມາໄດ້ ປະມານ 2 ເດືອນກວ່າ, ກໍກັບມາພົວພັນກັບຢາ ເສບຕິດອີກ ໂດຍຜູ້ກ່ຽວຮັບສົ່ງຢາບ້າໃຫ້ກັບທ້າວ ວຽງສອນ ມາແລ້ວ 3-4 ຄັ້ງ ແຕ່ລະຄັ້ງແມ່ນຈະໄດ້ຮັບຄ່າ ຈ້າງມັດ ລະ 20.000 ບາດ. ມາວັນທີ 20 ພະຈິກ 2017 ທ້າວ ວຽງສອນ ໄດ້ໂທລະສັບຫາຜູ້ກ່ຽວນໍາຢາບ້າ ຈໍານວນ 15 ມັດ ເທົ່າກັບ 30.000 ເມັດ ໄປສົ່ງໃຫ້ນາງ ລຸນ ຢູ່ເຂດເສັ້ນທາງບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ຂີ່ລົດກະບະຣີໂວ້ ໄປຮັບເອົາຢາບ້າ ແລ້ວຂີ່ລົດໄປສົ່ງໃຫ້ຢູ່ຈຸດນັດພົບ ພໍໄປຮອດໄດ້ຖືກເຈົ້າ ໜ້າທີ່ກັກຕົວ ພ້ອມກັບຂອງກາງດັ່ງກ່າວມາດໍາເນີນຄະດີ.




ນາງ ລຸນ ສາລະພາບວ່າ: ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ຕົ້ນປີ 2016 ເປັນຕົ້ນມາ, ຢາບ້າທີ່ນໍາມາ ຂາຍແຕ່ລະຄັ້ງແມ່ນຊື້ນໍາ ນາງ ເຕາະ ອາຍຸ 60 ປີ ຢູ່ບ້ານທ່າເດື່ອ ສິງຫອມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈໍານວນຫຼາຍຄັ້ງ, ຄັ້ງລະ 2-3 ມັດ ເທົ່າ ກັບ 4.000-6.000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ທ້າວ ສິນ (ຄົນໄທ). ມາເດືອນກໍລະກົດ 2017 ຜູ້ກ່ຽວໄດ້ຊື້ຢາບ້ານໍາຂະບວນການ ຢູ່ເຂດບ້ານດອນວັງໂພ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຫຼາຍຄັ້ງ, ຄັ້ງລະ 3 ມັດ ເທົ່າກັບ 6.000 ເມັດ ພາຍ ຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບ ຜູ້ຮ່ວມຂະບວນການ. ວັນທີ 20 ພະຈິກ 2017 ເວລາປະມານ 10:00 ໂມງ, ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາທ້າວ ສິງຄໍາ ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ ເຊິ່ງນັດຊື້-ຂາຍກັນຢູ່ບ້ານນາຊອນແຕ່ຖືກເຈົ້າໜ້າທີ່ຈັບໂຕໄດ້ ໃນຂະນະກຳລັງຊື້-ຂາຍກັນນັ້ນ.


ທ້າວ ປ່ອຍ ສາລະພາບວ່າ: ຜູ້ກ່ຽວໄດ້ສ້າງຄອບຄົວກັບນາງ ລຸນ ມາແຕ່ປີ 1980 ໄດ້ລູກນໍາກັນ 4 ຄົນ ຍິງ 2 ຄົນ ແລະ ໃຊ້ເວລາດໍາລົງຊີວິດຮ່ວມກັນມາຫຼາຍປີແລ້ວ ແຕ່ບໍ່ຮູ້ເລີຍວ່ານາງ ລຸນ (ຜູ້ເປັນເມຍ) ເຄື່ອນ ໄຫວຄ້າຂາຍຢາ ເສບຕິດ ແລະ ບໍ່ເຄີຍເຫັນນໍາຢາບ້າມາຂາຍຈັກເທື່ອ ຈົນມາຮອດມື້ເຈົ້າໜ້າທີ່ກັກຕົວ ຈຶ່ງຮູ້ວ່າຜູ້ເປັນເມຍເຄື່ອນໄຫວ ຄ້າຂາຍຢາເສບຕິດ. ແຕ່ເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ກໍຍັງບໍ່ເຊື່ອຕໍ່ກັບຄໍາໃຫ້ການດັ່ງກ່າວ.
ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຫາດ ຊາຍຟອງ ເລັ່ງສືບສວນ-ສອບສວນຂະຫຍາຍຜົນ ນໍາກັກຕົວຫາຜູ້ຮ່ວມ ຂະບວນການມາດໍາເນີນຄະດີ ແລະ ສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການດໍາເນີນຄະດີຂັ້ນຕໍ່ໄປ. ນອກນັ້ນ, ເຈົ້າໜ້າທີ່ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ແລະ ພໍ່-ແມ່ປະຊາຊົນທຸກທ່ານຊ່ວຍເປັນເຈົ້າ ການແກ້ໄຂບັນຫາຢາເສບຕິດ ເພື່ອບໍ່ໃຫ້ແຜ່ລາມໄປຫາລູກຫຼານຂອງທ່ານ ແລະ ຖ້າທ່ານພົບເຫັນຢູ່ທີ່ໃດ ກໍຂໍໃຫ້ແຈ້ງຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອຈະແກ້ໄຂໃຫ້ທັນການ.

ແຫຼ່ງຂ່າວຈາກ ໜັງສືພິມ ປກສ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.