ຕາມແຫລ່ງຂ່າວ ຊີອາໄອໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 26 ສິງຫານີ້, ສປປ ເກົາຫຼີ ໄດ້ທົດລອງຍິງຂີປະນາວຸດຫຼາຍລູກ, ຂະນະທີ່ອາເມລິກາ, ຝຣັ່ງ ແລະ ຣັດເຊຍ ຕ່າງກໍຕິດຕາມຕໍ່ເຫດການນີ້.
ເຈົ້າໜ້າທີ່ທະຫານ ສ.ເກົາຫຼີ ຢືນຢັນໃນວັນທີ 26 ສິງຫານີ້ວ່າ: ຕອນເຊົ້າມື້ດັ່ງກ່າວ, ສປປ ເກົາຫຼີ ໄດ້ທົດລອງຍິງອາວຸດຫຼາຍລູກໂດຍບໍ່ຮູ້ວ່າແມ່ນປະເພດໃດສູ່ເຂດທະເລພາກຕາເວັນອອກແຫຼມເກົາຫຼີຈາກແຂວງກັງວອນປະເທດດັ່ງກ່າວ. ຂະນະທີ່ເຈົ້າໜ້າທີ່ອາເມລິກາຢືນຢັນວ່າ: ຜົນການສຳຫຼວດພົບວ່າ ສປປ ເກົາຫຼີໄດ້ທົດລອງຍິງຂີປະນາວຸດ 3 ເທື່ອຢ່າງຕໍ່ເນື່ອງ.
ທຳນຽບຂາວອາເມລິກາໄດ້ອອກຖະແຫຼງການໃນຕອນບ່າຍວັນດັ່ງກ່າວວ່າ: ທ່ານໂດນັນ ທຣຳ ປະທານາທິບໍດີປະເທດຕົນໄດ້ຮູ້ສະພາບການທົດລອງຍິງຂີປະນາວຸດຂອງ ສປປ ເກົາຫຼີແລ້ວ, ຂະນະທີ່ທຳນຽບຂາວຈະສືບຕໍ່ຕິດຕາມຕໍ່ເຫດການດັ່ງກ່າວ.
ກະຊວງການຕ່າງປະເທດຝຣັ່ງ ໄດ້ອອກຖະແຫຼງການໃນວັນດຽວກັນ ໂດຍໄດ້ປະນາມ ສປປ ເກົາຫຼີທີ່ຍິງຂີປະນາວຸດສູ່ເຂດທະເລຍີ່ປຸ່ນ ເພາະການກະທຳດັ່ງກ່າວຝ່າຝຶນມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະເປັນການຂົ່ມຂູ່ຄວາມໝັ້ນຄົງຂອງພາກພື້ນ ກໍຄືຂອງໂລກ.
ທ່ານກອນສະຕັນຕິນ ໂກຊາເຊັຟ ປະທານກຳມາທິການວຽກງານສາກົນຂອງສະພາສະຫະພັນ ຫຼື ສະພາສູງ ຣັດເຊຍໄດ້ໃຫ້ສຳພາດຕໍ່ສື່ມວນຊົນປະເທດຕົນໃນວັນດຽວກັນວ່າ: ສປປ ເກົາຫຼີໄດ້ຍິງຂີປະນາວຸດຫຼັງສະຫະປະຊາຊາດຂວ້ຳບາດ, ເປັນການສົ່ງສັນຍານບໍ່ດີຕໍ່ພາຍນອກ.
ປັດຈຸບັນ, ກອງທັບອາເມລິກາ ແລະ ສ.ເກົາຫຼີ ພວມດຳເນີນການຊ້ອມຮົບຮ່ວມ "ອຸນຈີ-ຟຣີດອມກາດຽນ" ປະຈຳປີຢູ່ ສ.ເກົາຫຼີ. ຂະນະທີ່ ສປປ ເກົາຫຼີ ໄດ້ຕຳໜິວ່າການຊ້ອມຮົບຮ່ວມລະຫວ່າງອາເມລິກາ ແລະ ສ.ເກົາຫຼີໄດ້ເຮັດໃຫ້ສະຖານະການຢູ່ແຫຼມເກົາຫຼີເຄັ່ງຕຶງຍິ່ງຂຶ້ນ.
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment