ສວນສາທາລະນະ

ສຳເລັດ ການກໍ່ສ້າງສວນສາທາລະນະ ໜູ​ຮັກ ພູມ​ສະຫວັນ ທີ່ແຂວງສະຫວັນນະເຂດ



ພິທີ​ເປີດ​ການ​ນຳ​ໃຊ້ ສວນ​ສາທາລະນະ ໜູ​ຮັກ​ ພູມ​ສະຫວັນ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 24 ສິງຫາ 2017 ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສັນຕິພາບ ພົມວິຫານ ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ທ່ານ ຄຳ​ເຜີຍ ຜັນ​ທະ​ຈນ ປະທານ​ສະພາ​ປະຊາຊົນ​ແຂວງ, ມີ​ບັນດາ​ທ່ານ​ຮອງ​ເຈົ້າ​ແຂວງ, ບັນດາ​ທ່ານ​ຫົວໜ້າ​ພະ​ແນ​ກການ​ອ້ອມ​ຂ້າງ, ທ່ານ​ເຈົ້າ​ເມືອງ, ຕະຫຼອດ​ຮອດ​ມວນ​ຊົນ​ຊາວ​ເມືອງ​ໄກສອນ​ພົມວິຫານ ກໍ່​ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມ. ພິ​ເສດຍັງ​ມີ​ທ່ານ​ກົງສຸນ​ໃຫຍ່​ແຫ່ງ ສ.ສ ຫວຽດນາມ ​ແລະ​າຊະ​ອານາຈັກ​ໄທ ປະຈຳ​ແຂວງ​ສະຫວັນ​ນະ​ເຂດ ກໍ່​ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມ​ໃນ​ງານ​ຄັ້ງ​ນີ້​ດ້ວຍ.

ທ່ານ ນາງ ທູນ​ສະຫວັນ ສີ​ຈັນ​ທອງ​ທິບ ​ຜູ້ອຳນວຍການ​ບໍລິສັດ ​ເທບ​ໄຊ​ສິນ​ກໍ່ສ້າງ ຈຳກັດ ​ໄດ້​ລາຍ​ງານ​ສະພາບ​ການ​ດຳ​ເນີນ​ການ​ກໍ່ສ້າງ ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ ​ໂດຍ​ສັງ​ເຂ​ບດັ່ງ​ນີ້: ການ​ກໍ່ສ້າງ​ສວນ​ສາທາລະນະ​ເພື່ອ​ສຸຂະພາບ ​ໜູ​ຮັກ ພູມ​ສະຫວັນ ເມືອງ​ໄກສອນ​ພົມວິຫານ ຕັ້ງ​ຢູ່​ບ້ານ​ທ່າ​ເມືອງ (​ເດີ່ນ​ບານ​ເກົ່າ ​ກຸ​ວໍລະ​ວົງ) ມີ​ເນື້ອ​ທີ່​ເກືອບ 25 ພັນຕາ​​ແມັດ, ​ເຊິ່ງ​ໂຄງການ​ດັ່ງກ່າວ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ເດືອນ​ມັງກອນ 2016 ​ເປັນ​ຕົ້ນ​ມາ. ໜ້າ​ວຽກ​ທີ​ໄດ້​ຈັດ​ຕັ້ງ​ປະຕິບັດ ປະກອບ​ດ້ວຍ: ວຽກ​ທຸບ-ມ້າງ​ກຳ​ແພງ​ເດີ່ນ​ບານ​ເກົ່າ ພ້ອມ​ທັງ​ອະນາ​ໄມ, ວຽກ​ກໍ່ສ້າງ​ສວນ, ທາງ​ລົດຖີບ, ທາງ​ຄົນ​ຍ່າງ-​ແລ່ນ, ​ເດີ່ນ​ກາງ​ແຈ້ງ, ສວນ​ຫຍ້າ​ອະ​ເນກປະສົງ, ຕົບ​ແຕ່ງ​ປູກ​ຕົ້ນ​ໄມ້ ​ແລະ​ສວນ​ດອກ​ໄມ້, ກໍ່ສ້າງ​ນ້ຳພຸ, ຮ່ອງ​ລະບາຍ​ນ້ຳ, ຮາວ​ກັນ​ຕົກ, ວຽກ​ໄຟຟ້າ, ນ້ຳ​ປະປາ ​ແລະ​ວຽກ​ອື່ນໆ ທີ່​ຕິດ​ພັນ​ເຊັ່ນ: ປ້າຍ​ເຕືອນ, ຕັ່ງ​ນັ່ງ​ສາທາລະນະ, ບ່ອນ​ຈອດ​ລົດ ​ແລະ​ອື່ນໆ ລວມ​ໄລຍະ​ການ​ກໍ່ສ້າງ 18 ​ເດືອນ, ​ໃຊງົບປະມານ​ທັງ​ໝົດ 23,5 ຕື້​ກີບ, ​ໂດຍ​ນຳ​ໃຊ້​ງົບປະມານ​ລົງທຶນ​ທີ່​ສະພາ​ອະນຸມັດ.


            ຈາກ​ນັ້ນ ທ່ານ ບຸນ​ຍູ້ ທຳ​ມະ​ວົງ ​ເຈົ້າ​ເມືອງ​ໄກສອນ ​ພົມວິຫານ ​​ໃນ​ນາມ​ເຈົ້າ​ຂອງ​ໂຄງການ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຕໍ່​ການ​ນຳ ພັກ-ລັດ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ສວນສາທາລະນະ​ແຫ່ງດັ່ງກ່າວ​ນີ້ວ່າ: ​ເມືອງ​ໄກສອນ​ພົມວິຫານ ​ເປັນ​ເມືອງ​ເທດສະບານ​ຂອງ​ແຂວງ, ມີ​ຜູ້​ຄົນ​ຈຳນວນ​ຫຼວງ​ຫຼາຍ​ອາ​ໃສ​ຢູ່, ຜູ້​ຄົນ​ສ່ວນ​ໃຫຍ່​​ເປັນ​ຄົນ​ທຳ​ງານ ດັ່ງ​ນັ້ນ ສວນ​ດັ່ງກ່າວ​ນີ້ ຈຶ່ງເປັນ​ບ່ອນ​ພັກຜ່ອນ, ​ເປັນ​ສະຖານ​ທີ່​ອອກກຳລັງ​ກາຍ, ບ່ອນ​ພົບ​ປະ​ຂອງ​ຜູ້​ຄົນ​ທຸກ​ເພດ​ທຸກ​ໄວ ​ແລະ​ເປັນ​ບ່ອນ​ຈັດ​ກິດຈະກຳ​ຕ່າງໆຢູ່​ທີ່​ສວນ​ແຫ່ງ​ນີ້, ​ເຮັດ​ໃຫ້​ເມືອງ​ໄກສອນ​ພົມວິຫານ ກາຍ​ເປັນ​ນະຄອນຢ່າງ​ສົມບູນ​ແບບ ​ໃນ​ອີກ​ບໍ່ພໍ​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ​ນີ້. ສຸດ​ທ້າຍ ທ່ານ​ເຈົ້າ​ເມືອງ​ໄກສອນ​ພົມວິຫານ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ ອຳນາດ​ການ​ປົກຄອງ, ພໍ່​ແມ່​ປະຊາຊົນ​ຊັ້ນ​ຄົນ​ຕ່າງໆ ຈົ່ງ​ຮ່ວມ​ກັນ​ປົກ​ປັກ​ຮັກສາ ​ແລະ​ນຳ​ໃຊ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ແລະ​ນຳ​ໃຊ້​ໃຫ້​ຍາວ​ນານ.



ຈາກ​ນັ້ນ ທ່ານ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ ທ່ານ ສັນຕິພາບ ພົມວິຫານ ພ້ອມ​ດ້ວຍ​ການ​ນຳ​ຂອງ​ແຂວງ ກໍ່​ໄດ້​ຮ່ວມ​ກັນ​ລັ່ນຄ້ອງ 9 ບາດ, ພ້ອມ​ທັງ​ເປີດ​ປ້າຍ ສວນສາທາລະນະ ໜູ​ຮັກ ພູມ​ສະຫວັນ ຢ່າງ​ເປັນ​ທາງ​ການ, ພ້ອມ​ກັນ​ນັ້ນ ບັນດາ​ກິດຈະກຳ​ຕ່າງໆ ​ເປັນ​ຕົ້ນ: ຂະ​ບວນກອງ​ຕຸ້ມ-ກອງຫາງ, ຂະ​ບວນຟ້ອນ, ຂະ​ບວນລົດຖີບ, ການ​ເຕັ້ນ​ແອວ​ໂລ​ບິ​ກ ກໍ່​ໄດ້​ເລີ່​ມການສະ​ແດງ ພ້ອມ​ທັງ​ສະ​ໂມ​ສອນ​ຈ້ອງ​ບິນ​ລາວ ກໍ່​ໄດ້​ມີ​ການສະ​ແດງ​ຢູ່​ເທິງ​ອາກາດ, ສ້າງ​ຄວາມ​ຄຶກຄື້ນ​ມ່ວນ​ຊື່ນ​ແກ່ມ​ວນຊົນ​ທີ່​ເຂົ້າ​ຮ່ວມ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.