ຂ່າວຕ່າງປະເທດ

ອາເມລິກາ ທົດລອງລະບົບຍິງສະກັດກັ້ນລູກສອນໄຟ ຢູ່ນອກຝັ່ງທະເລ ຮາວາຍ ກຽມພ້ອມຮັບມືສປປເກົາຫລີ (ມີວີດີໂອ)


(VOVWORLD) - ວັນທີ 30 ສິງຫາ, ອົງການປ້ອງກັນລູກສອນໄຟ ອາເມລິກາ (MDA) ໃຫ້ຮູ້ວ່າ: ກ່ຳປັ່ນສູ້ຮົບລຳໜຶ່ງຂອງປະເທດ  ໄດ້ຍິງສະກັດກັ້ນລູກສອນໄຟນຳວິຖີໄລຍະກາງປະສົບຜົນສຳເລັດ ໃນການທົດລອງ ເຊິ່ງດຳເນີນຢູ່ນອກທະເລໝູ່ເກາະ ຮາວາຍ.

ນີ້ເປັນຄັ້ງທີ 2 ທີ່ຍິງລູກສອນໄຟ SM-6 ສະກັດກັ້ນລູກສອນໄຟນຳວິຖີໄລຍະກາງປະສົບຜົນສຳເລັດ. ຜູ້ອຳນວຍການ MDA, ພົນຕີ Sam Greaves ຢືນຢັນວ່າ ການຍິງທົດລອງຄັ້ງນີ້ ແມ່ນ “ບາດລ້ຽວສຳຄັນ” ແນໃສ່ຍົກສູງຄວາມສາມາດຍິງສະກັດກັ້ນລູກສອນໄຟໄລຍະສຸດທ້າຍ, ພ້ອມທັງໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ພັດທະນາບັນດາເຕັກໂນໂລຊີປ້ອງກັນລູກສອນໄຟນຳວິຖີ ເພື່ອຮັບມືຕໍ່ບັນດາໄພນາບຂູ່ ພວມນັບມື້ນັບເພີ່ມຂຶ້ນ.

ອາເມລິກາ ທົດລອງລະບົບຍິງສະກັດກັ້ນລູກສອນໄຟ ຢູ່ນອກຝັ່ງທະເລ ຮາວາຍ



ເບິ່ງວິດີໂອອາເມລິກາ ທົດລອງລະບົບຍິງສະກັດກັ້ນລູກສອນໄຟ ຢູ່ນອກຝັ່ງທະເລ ຮາວາຍ ເມື່ອວັນທີ 30 ສິງຫາ 2017


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.