ສ້າງທາງ

ສາລະວັນ ເລັ່ງສ້ອມແປງເສັ້ນທາງຫຼວງແຫ່ງຊາດ


ຫນັງສືພິມສາລະວັນ ລາຍງານວ່າ: ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດຢູ່ແຂວງສາລະວັນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນທ້າຍເດືອນສິງຫານີ້ ພາຍຫຼັງທີ່ໄດ້ຮັບການອະນຸມັດສ້ອມແປງ ແລະນຳໃຊ້ງົບປະມານຈາກກອງທຶນສ້ອມແປງເສັ້ນທາງຫຼວງແຫ່ງຊາດ ສະເພາະແມ່ນປີ 2017ເຊີ່ງແມ່ນກະຊວງ ແລະພະແນກໂຍທາທິການ-ຂົນສົ່ງ ເປັນເຈົ້າຂອງໂຄງການ.


ການສ້ອມແປງເສັ້ນທາງເລກທີ 20 ທີ່ມີຄວາມຍາວ 848 ແມັດ ກວ້າງ 8,5 ແມັດ ແຕ່ເຮືອນຮັບແຂກແຂວງສາລະວັນ ຫາ ຫ້ອງການ ປກສ ແຂວງ.


ທ່ານ ບຸນມາ ພະສະຫວັດ ຜູ້ຮັບຜິດຊອບໂຄງການດັ່ງກ່າວ ໄດ້ເປີດເຜີຍຕໍ່ນັກຂ່າວໃຫ້ຮູ້ວ່າ: ເສັ້ນທາງເລກທີ 20 ເປັນເສັ້ນທາງທີ່ມີຄວາມສຳຄັນ ເປັນຈຸດເຕົ້າໂຮມຊຸມຊົນ ແລະເປັນເຂດເທດສະບານແຂວງເປັນຕົ້ນມີ: ວັດວາອາຮາມ, ສຳນັກງານອົງການ ແລະເຂດຊຸມຊົນໜາແໜ້ນ. 



ສຳລັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ປະຕິບັດໃນການສ້ອມແປງຄື: ຂຸດຮື້ໜ້າທາງເກົ່າ, ກວາດປັບຮູບທາງ, ຖົມດິນຊັ້ນຮອງພື້ນ, ລົງຫີນຊັ້ນພື້ນ ແລະປູຢາງ 2 ຊັ້ນ. ນອກນັ້ນຈະໄດ້ສ້າງຮ່ອງລະບາຍນ້ຳຂ້າງທາງ ແລະໄດ້ນຳໃຊ້ມາດຖານເຕັກນິກຂອງກະຊວງ ຍທຂ, ເຊີ່ງແມ່ນບໍລິສັດສົມໄຊກໍ່ສ້າງ ແລະສ້ອມແປງຂົວທາງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະໄດ້ສຳເລັດການຂຸດຮື້ໜ້າກາງເກົ່າ ແລະຖົມດິນຮອງພື້ນ ຈຳນວນໜຶ່ງ, ຈະໃຫ້ສຳເລັດໃນທ້າຍເດືອນກັນຍານີ້.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.