ພະລັງງານໄຟຟ້າ

ດ່ວນ! ກຸ່ມນັກລົງທຶນສະຫະລັດ ຈະລົງທຶນສ້າງໂຮງພະລັງງານແສງຕາເວັນຂະໜາດໃຫຍ່ຢູ່ລາວ



ນະຄອນຫຼວງວຽງຈັນ – ໃນວັນທີ 31 ສິງຫາ, ບໍລິສັດConvalt Energy ຂອງປະເທດສະຫະລັດ ອາເມລິກາໄດ້ລົງນາມເຊັນສັນຍາກັບລັດຖະບານສປປລາວ ເພື່ອລົງທຶນພັດທະນາໂຮງໄຟຟ້າພະລັງງານແສງຕາເວັນ ມູນຄ່າປະມານ 400 ລ້ານໂດລາ ຫລື ປະມານ 3ພັນຕື້ກວ່າກີບ ຢູ່ແຂວງອັດຕະປື ແລະ ແຂວງບໍລິຄຳໄຊ.

ໂຄງການນີ້ຈະຊ່ວຍເພີ່ມຄວາມຫຼາກຫຼາຍດ້ານການຜະລິດພະລັງງານໄຟຟ້າຂອງລາວແລະເພີ່ມທະວີການຜະລິດພະລັງງານໃນລະດູແລ້ງ. ພາຍໃຕ້ສັນຍາດັ່ງກ່າວບໍລິສັດConvalt Energyຈະສ້າງຕັ້ງໂຮງໄຟຟ້າພະລັງງານແສງຕາເວັນຫຼາຍແຫ່ງທີ່ມີກຳລັງຜະລິດລວມທັງໝົດ 300 ເມກາວັດ (MW) ພາຍໃນປິ 2019 ໂດຍໄດ້ຮັບການຊ່ວຍເຫຼືອຈາກກະຊວງແຜນການແລະການລົງທຶນ,ກະຊວງພະລັງງານແລະບໍ່ແຮ່ແລະອຳນາດການປົກຄອງແຂວງອັດຕະປືແລະແຂວງບໍລິຄຳໄຊ.

ທ່ານHari Achuthan ອໍານວຍການໃຫຍ່ກຸ່ມບໍລິສັດລົງທຶນ ACO ແລະປະທານແລະຜູ້ບໍລິຫານໃຫຍ່ບໍລິສັດConvalt Energyກ່າວວ່າ: ກຸ່ມບໍລິສັດລົງທຶນACO ຈະແມ່ນຜູ້ລົງທຶນຫຼັກຂອງໂຄງການນີ້ພ້ອມດ້ວຍບັນດາຄູ່ຮ່ວມງານຈາກ ສະຖາບັນການເງິນແລະທະນາຄານທຸລະກິດອື່ນໆ.


ໂຄງການນີ້ແມ່ນການລົງທຶນຂອງສະຫະລັດທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ອະດີດຈົນເຖິງປະຈຸບັນ ເຊິ່ງຈະສາມາດສ້າງໂອກາດທາງທຸລະກິດທີ່ເພີ່ມຂຶ້ນໃຫ້ກັບບັນດາທຸລະກິດແລະພະນັກງານ ທັງລາວແລະສະຫະລັດ. ບໍລິສັດConvaltຄາດຫວັງວ່າໂຄງການນີ້ຈະສາມາດສ້າງວຽກເຮັດງານທຳໄດ້ 400 ຕຳແໜ່ງ ໃນຂະແໜງການກໍສ້າງ ແລະ200ຕຳແໜ່ງວຽກຖາວອນໃນການດຳເນີນງານໂຮງງານພະລັງງານໄຟຟ້າໄດ້.

ບໍລິສັດConvaltແລະ ຄູ່ຮ່ວມງານຂອງຕົນບໍລິສັດ General Electric (GEແມ່ນຊື່ໃນຕະຫຼາດຫຼັກຊັບ ນິວຢອກ)ກຳລັງຮ່ວມກັນພັດທະນາໂຄງການພະລັງງານແສງຕາເວັນ ໂດຍມີກຳລັງການຜະລິດ 300 MW ຢູ່ເຂດມັນດະເລ ປະເທດມຽນມ້. ນອກຈາກນັ້ນ, ບໍລິສັດConvaltແລະ GEຈະເຮັດວຽກຮ່ວມກັນດ້ານຍຸດທະສາດໃນໂຄງການນີ້ຢູ່ສປປລາວ.

ບໍລິສັດConvalt Energy ສ້າງຕັ້ງຂຶ້ນໃນປີ 2011 ໂດຍແມ່ນບໍລິສັດຫຼັກຊັບຂອງກຸ່ມບໍລິສັດລົງທຶນ ACO. ຂົງເຂດບູລີມະສິດຂອງບໍລິສັດConvalt Energy ແມ່ນການພັດທະນາ, ດຳເນີນງານ ແລະ ບຳລຸງຮັກສາຊັບສິນການຜະລິດ, ການສົ່ງ ແລະ ການຈຳໜ່າຍພະລັງງານ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.