ຂ່າວຕ່າງປະເທດ

ຫຼາຍລັດຂອງ ອາເມລິກາ ຮ້ອງຟ້ອງ ທ່ານທຣຳ ກ່ຽວກັບການຍົກເລີກ DACA



(VOVWORLD)  ເພື່ອແນໃສ່ຄັດຄ້ານຄຳຕັດສິນຂອງທ່ານປະທານາທິບໍດີ ໂດໂນ ທຣຳ ຍົກເລີກໂຄງການໂຈະການເຄື່ອນໄຫວສຳລັບຜູ້ອົບພະຍົບເຂົ້າ ອາເມລິກາ ແຕ່ຄາວຍັງນ້ອຍ (ເອີ້ນຫຍໍ້ວ່າ DACA), ອຳນາດການປົກຄອງຂອງ 15 ລັດຂອງອາເມລິກາ ແລະ ເມືອງ Columbia ພ້ອມກັນໄດ້ຍື່ນໃບຮ້ອງຟ້ອງອຳນາດການປົກຄອງສະຫະລັດ


ໃນໃບຄຳຮ້ອງທີ່ສົ່ງເຖິງສານສະຫະລັດ ນິວຢອກ ເມື່ອວັນທີ 6 ກັນຍາ, ຜູ້ຮັບຜິດຊອບດ້ານຍຸຕິທຳຂອງ 15 ລັດພ້ອມກັບເມືອງ Columbia ໄດ້ກ່າວຫາອຳນາດການປົກຄອງ ໂດໂນ ທຣຳມີການກະທຳຈຳແນກການປະພຶດສຳລັບຜູ້ເຂົ້າເມືອງທີ່ມີເຊື້ອຊາດ ເມກຊີໂກ, ກວມ 78% ຈຳນວນຄົນໂດຍ DACA ອຸປະຖຳ, ລະເມີດຫຼັກການພິພາກສາຍຸຕິທຳທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນຂອງ ອາເມລິກາ ກໍ່ຄືກໍ່ຄວາມເສຍຫາຍໃຫ້ແກ່ປະຊາຊົນ, ບັນດາລະບອບ ແລະ ພື້ນຖານເສດຖະກິດຂອງບັນດາລັດແຫ່ງນີ້.

ທ່ານ Eric T.Schneiderman, ຜູ້ຮັບຜິດຊອບດ້ານຍຸຕິທຳຂອງລັດ ນິວຢອກ ຢືນຢັນວ່າ: ຜູ້ເຂົ້າເມືອງແມ່ນ “ແຫຼ່ງກຳລັງ” ຂອງລັດ ນິວຢອກ ແລະ ຄຳຕັດສິນຂອງທ່ານປະທານາທິບໍດີ ໂດໂນ ທຣຳ ໄດ້ທຳລາຍຊີວິດການເປັນຢູ່ຂອງປະຊາຊົນນິວຢອກ 42.000 ຄົນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.