ຂ່າວ ກອງທັບ

ໂຮມຊຸມນຸມສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ


ສູນກາງສະຫະພັນແມ່ຍິງ ລາວ (ສສຍລ) ໄດ້ຈັດພິທີໂຮມ ຊຸມນຸມສະເຫຼີມສະຫຼອງສອງວັນ ປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມືຮອບດ້ານຄົບ ຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນ ການທູດຄົບຮອບ 55 ປີ (5/9/1962-5/9/2017) ຂຶ້ນໃນຕອນບ່າຍວັນທີ 6 ກັນຍາ 2017 ນີ້, ຢູ່ທີ່ຫໍວັດທະນະທຳ ແຫ່ງຊາດ ເພື່ອແນໃສ່ເພີ່ມທະວີ ຄວາມຮັບຮູ້ເຂົ້າໃຈ ແລະ ປູກຈິດສຳນຶກທົ່ວສັງຄົມ ໂດຍສະເພາະ ໄວໜຸ່ມຮຸ່ນສືບທອດຂອງສອງ ຊາດລາວ-ຫວຽດນາມ ກ່ຽວກັບ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຢ່າງເລິກເຊິ່ງກວ້າງຂວາງ, ນັບ ມື້ຂະຫຍາຍຕົວ ແລະ ມີປະສິດ ທິຜົນ.

ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ປອ ສອນໄຊ ສີພັນ ດອນ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະ ມົນຕີແຫ່ງ ສປປ ລາວ.

ໃນພິທີໄດ້ຮັບຟັງການເລົ່າ ມູນເຊື້ອສາຍພົວພັນລະຫວ່າງ ສອງພັກ-ລັດ, ເວົ້າສະເພາະກໍແມ່ນ ການ ພົວພັນລະຫວ່າງສະ ຫະພັນແມ່ຍິງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ຈາກ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນ ກາງພັກ ປະທານຄະນະບໍລິຫານ ງານ ສສຍລ ແລະ ທ່ານ ນາງ ຫງວຽນ ທິທູ່ຮາ ກຳມະການສູນ ກາງພັກກອມມູນິດຫວຽດນາມ ປະທານຄະນະບໍລິຫານງານ ສຍ ຫວຽດນາມ ເຊິ່ງໄດ້ກ່າວບາງ ຕອນທີ່ສຳຄັນວ່າ:

ສະຫະພັນແມ່ ຍິງລາວ-ຫວຽດນາມ ໃນຖານະ ທີ່ເປັນຕົວແທນແຫ່ງການປົກ ປ້ອງສິດຜົນປະໂຫຍດ ອັນຊອບ ທຳຂອງແມ່ຍິງ-ເດັກນ້ອຍທັງ ສອງຊາດ ມີສາຍພົວພັນຮ່ວມມື ກັນຢ່າງສະໜິດແໜ້ນ ດ້ວຍ ໄມຕີ ຈິດມິດຕະພາບອັນດູດດື່ມນັບ ແຕ່ໄລຍະແຫ່ງການຕໍ່ສູ້ປົດປ່ອຍ ຊາດຈົນຮອດໄລຍະປົກປັກ ຮັກ ສາ ແລະ ສ້າງສາປະເທດຊາດ ໂດຍໄດ້ມີການເພີ່ມພູນຄູນສ້າງ ມູນເຊື້ອສາມັກຄີແບບພິເສດ ຢ່າງສະໝ່ຳສະເໝີ.


ຮ່ວມມືແລກ ປ່ຽນຂໍ້ມູນຂ່າວສານກ່ຽວກັບ ຂະບວນການແມ່ຍິງຢູ່ໃນລະດັບ ພາກພື້ນ ແລະ ໃນ ເວທີສາກົນ. ພ້ອມທັງໃຫ້ການສະໜັບສະໜູນ ຊ່ວຍເຫຼື່ອເຊິ່ງກັນແລະກັນ ໃນເວ ທີອາຊຽນ. ແລະ ສະໜັບສະໜູນ ທາງດ້ານນະໂຍບາຍການພົວ ພັນ ແລະ ຮ່ວມມືກັບຕ່າງປະ ເທດຂອງສອງອົງ ການຈັດຕັ້ງ ສະຫະພັນແມ່ຍິງ.

ສຳລັບສະຫະ ພັນແມ່ຍິງນະຄອນຫຼວງ, ບັນດາ ແຂວງທີ່ມີຊາຍແດນຕິດຈອດ ແລະ ບໍ່ຕິດຈອດ ຈຳນວນໜຶ່ງ ກໍໄດ້ມີການພົວພັນຮ່ວມມື, ແຮກ ສ່ຽວ ກັບສະຫະພັນແມ່ຍິງນະ ຄອນຫຼວງແລະ ແຂວງ ຈຳນວນ ໜຶ່ງຂອງ ສສ ຫວຽດນາມ ເພື່ອ ເພີ່ມທະວີຄວາມສາມັກຄີມິດຕະ ພາບແບບພິເສດແລະ ການຮ່ວມ ມືຮອບດ້ານກໍຄືຍົກສູງປະສິດທິ ພາບການຮ່ວມມືລະຫວ່າງ ສະຫະພັນແມ່ຍິງ ລາວ-ຫວຽດ ນາມ ພ້ອມທັງຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ

 ໃນການພັດທະນາ ແລະ ສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ ທັງສອງປະເທດ ທັງເປັນບ່ອນ ອີງໃນການຈັດຕັ້ງປະຕິບັດວຽກ ງານຕົວຈິງ ເຊິ່ງທັງສອງອົງ ການຈັດຕັ້ງໄດ້ເຊັນບົດບັນທຶກ ຮ່ວມມືນຳກັນເປັນແຕ່ລະໄລຍະ, ໄດ້ແລກປ່ຽນຄະນະຜູ້ແທນຂັ້ນ ສູງ ແລະ ວິຊາການຂອງສອງ ອົງການຈັດຕັ້ງສະຫະພັນແມ່ຍິງ ລາວ-ຫວຽດນາມ ເພື່ອແລກ ປ່ຽນບົດຮຽນຮ່ວມກັນໃນແຕ່ ລະປີຢ່າງເປັນປົກກະຕິ ແລະ ໃຫ້ ທຶນຊ່ວຍເຫຼືອຈຳນວນໜຶ່ງເຂົ້າ ໃນການພັດທະນາແມ່ຍິງ ແລະ ແກ້ໄຂຄວາມທຸກຍາກ.


ໃນພິທີໂຮມຊຸມນຸມດັ່ງກ່າວ ນີ້, ທ່ານຮອງນາຍົກລັດຖະມົນ ຕີແຫ່ງ ສປປ ລາວ ຍັງໄດ້ໃຫ້ ກຽດຂຶ້ນປະດັບຫຼຽນໄຊ, ຫຼຽນ ກາມິດຕະພາບຂອງພັກ-ລັດ ແຫ່ງ ສປປ ລາວ ໃຫ້ແກ່ບັນດາ ສະຫາຍການນຳຂັ້ນສູງ, ກົມ ກອງລວມໝູ່ຂອງສະຫະພັນ ແມ່ຍິງ ສສ ຫວຽດນາມ ເນື່ອງ ໃນໂອກາດສະຫຼີມສະຫຼອງສອງ ວັນປະຫວັດສາດຂອງສອຊາດ ລາວ-ຫວຽດນາມ,ຫວຽດນາມ- ລາວ ແລະ ຄະນະຜູ້ແທນທີ່ເຂົ້າ ຮ່ວມຍັງໄດ້ຊົມການສະແດງຮູບ ພາບມູນເຊື້ອສາຍພົວພັນຮ່ວມ ມືລະຫວ່າງສະຫະຫະພັນແມ່ຍິງ ຂອງສອງປະເທດຕື່ມອີກ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.