ຂ່າວບັນເທິງ

ໝາກປຣິນ ສຸກໃຈແຮງກັບການທ່ຽວພາກໃຕ້, ນິໄສດີຖ່າຍຮູບສະໜິດສະໜົມແຟນຄັບຊາວລາວ



   
ໜຸ່ມຍີ້ມຫວານໝາກປຣິນ ນັກສະແດງຊ່ອງ 3 ຈາກປະເທດໄທ ມາທ່ຽວເມືອງລາວສຳຜັດບັນຍາກາດທຳມະຊາດທີ່ສວຍງາມຢູ່ໃຕ້ລາວທີ່ພູພຽງບໍລະເວນ ເພິ່ນບອກມີຄວາມສຸກຫຼາຍໆ ບໍ່ແມ່ນອີ່ມເອັມກັບທຳມະຊາດຢ່າງດຽວ ແຕ່ແຟນຄັບຊາວລາວກໍ່ຕ້ອນຮັບສະໜິດສະໜົມ.




ໜຸ່ມໝາກປຣິນບອກວ່າ ມີຄວາມຮູ້ສຶກສຸກໃຈທີ່ສຸດທີ່ໄດ້ອອກຈາກເມືອງຫຼວງໄປສຳຜັດບັນຍາກາດທຳມະຊາດບ້ານນາຢູ່ເມືອງລາວ ກັບທີມງານ ແລະອ້າຍອິນທີ ເດືອນສະຫວັນເຈົ້າຂອງໂຮງແຮມ ທີທັອບ ນຳທີມໄປ ຂີ່ຍົນມາລົງຢູ່ອຸບົນແລ້ວເອົາລົດຂ້າມຝັ່ງມາລາວ ເພື່ອທັນກັບການຍ່າງປ່າແຕ່ເຊົ້າໆຂອງວັນທີ 31 ສິງຫາຜ່ານມາ ເປັນການຍ່າງປ່າທີ່ໂຫດຮ້າຍສຸດເທົ່າທີ່ເຄີຍມີມາ ໃຊ້ເວລາເຄິ່ງວັນໃນນັ້ນມີທັງຍ່າງ, ຂີ່ສະລິງ ຂຶ້ນຂັ້ນໄດ ຢ່າງທໍລະຫົດອົດທົນ ແຕ່ກໍ່ເຮັດໃຫ້ໜູ່ມຫຼໍ່ຄົນນີ້ປະທັບໃຈຈົນລືມເລີຍວ່າສັນຍານອີນເຕີເນັດຖືກຕັດຂາດຕັ້ງແຕ່ເມື່ອໃດ.


ເຖິງຈະເປັນບັນຍາກາດບ້ານນາຢູ່ປ່າຕືບດົງໜາ ແຕ່ກໍ່ສ້າງຄວາມສຸກບໍ່ໜ້ອຍແກ່ໜຸ່ມໝາກ ເພິ່ນປະທັບໃຈກັບແສງເດືອນ ແລະສຽງນ້ຳຕົກຕາດອັນສວຍງາມຢູ່ພູພຽງບໍລະເວນ ແຖມຍັງໄດ້ຈີບກາເຟປາກຊ່ອງ ແລະຊີມອາຫານພື້ນບ້ານຈາກທ້ອງຖິ່ນທີ່ນັ້ນອີກກດ້ວຍ.




ການເດີນທາງທ່ອງທ່ຽວພະຈົນໄພຄັ້ງນີ້ຂອງໜຸ່ມໝາກປຣິນ ເມື່ອຊາວບ້ານພົບເຫັນຕ່າງກໍພາກັນຂໍຖ່າຍຮູບເປັນທີ່ລະນຶກເພາະຜ່ານມາເຄີຍເຫັນແຕ່ໃນໜ້າຈໍ ແລະມື້ນີ້ໄດ້ມາພົບຕົວຈິງກັບໂຕເປັນໆ ຊຶ່ງສິ່ງນັ້ນກໍ່ສ້າງຄວາມປະທັບໃຈໃຫ້ກັບຕົວນັກສະແດງເອງເຊັ່ນດຽວກັນ.


ຫຼໍ່ແລ້ວນິໄສດີອີກ ແບບນີ້ບໍຖ່າຍຮູບບໍໄດ້ແລ້ວ, ດົນໆຈິ່ງພົບແຟນຄັບລາວແດນໃຕ້ຂໍບັນທຶກພາບໄວ້ເບິ່ງດີກວ່າ




ມື້ໜ້າມາໃໝ່ເດີໜຸ່ມຫຼໍ່ໄປທ່ຽວແຂວງອື່ນແດ່, ຊາວລາວຍິນດີຕ້ອນຮັບ



ລາຈໍທີວີມາທ່ຽວຕ່າງຖິ່ນ, ຕ່າງເຂດຕ່າງພາສາ ແລະວິຖີຊີວິດແບບນີ້ກໍ່ເປັນປະສົບການຊີວິດທີ່ໜ້າຈົດຈຳ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.