LU03

ຊາລາ ຄວ້າລາງວັນນັກເຕະອາຟຣິກາ ດີເດັ່ນປະຈໍາປີ 2017


   ໂມຮາເໝັດ ຊາລາ ກອງນ້າທີມຊາດເອຢິບຂອງ ລິເວີພູລ ໄດ້ຮັບເລຶອກໃຫ້ຄວ້າລາງວັນ ອາຟຣິກາ ຟຸດບອລເລີ ອ໊ອຟ ເດີ ເຢຍ 2017 ຫຼື ລາງວັນນັກເຕະອາຟຣິກາດີເດັ່ນປະຈໍາປີ 2017 ເມື່ອວັນພະຫັດທີ 4 ມັງກອນ ທີ່ຜ່ານມາ.

   ໂດຍລາງໄດ້ຮັບຄະແນນໂຫວດເໜືອ ຊາດິໂອ ມາເນ ກາວຍິງຕົວເກັ່ງທີມຊາດເຊເນກັດ ແລະ ປິແອ-ເອເມີຣິກ ໂອບາເມຢ໊ອງ ກອງໜ້າທີມຊາດປາບອງຈາກ ດ໊ອດມູນ.

   ຊາລາ ຊວຍທີມຊາດເອຢິບ ຄວ້າສິດໄປຫຼິ້ນບານໂລກ 2018 ຮອບສຸດທ້າຍ ທີ່ປິເທດຣັດເຊຍ ໄລຍະກາງປີນີ້ ແລະ ລະດູການນີ້ລາວກໍ່ສ້າງຜົນງານໄດ້ຢ່າງໂດດເດັ່ນກັບ ລິເວີພູລ ໂດຍຫຼ້າສຸດຍິງປະຕູໄປແລ້ວ 23 ປະຕູຈາກການລົງແຂ່ງຂັນທຸກລາຍການ 29 ນັດ.

   ທັງນີ້, ຊາລາ ຖືເປັນນັກເຕະເອຢິບ ຄົນທີ່ 2 ທີ່ຄວ້າລາງວັນນີ້ໄປຄອງຕໍ່ຈາກ ມາມູດ ອັລ ຄາຕິບ ທີ່ໄດ້ໃນປີ 1983.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.