ຂ່າວຕ່າງປະເທດ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ ແລະ​ ຕວັກ​ກີ​ ພົບ​ປະ​ເຈ​ລະ​ຈາ​ກັນ​ເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ


ວັນ​ທີ 6 ມັງ​ກອນ​ນີ້, ທ່ານ​ຊິກ​ມາ ກາ​ເບຼ ລັດ​ຖະ​ມົນ​ຕີ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ໄດ້​ພົບ​ປະ​ກັບ​ທ່ານ​ເມັບ​ລຸດ ຊາ​ວຸ​ໂຊກຼູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຕວັກ​ກີ​ຢູ່​ເມືອງ​ກົ​ສ​ລານ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ເຢຍ​ລະ​ມັນ, ສອງ​ຝ່າຍ​ກ່າວ​ວ່າ​​ຫວັງ​ຢາກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ການ​ສົນ​ທະ​ນາ​ກັນ, ເຊິ່ງ​ເປັນ​ຄວາມ​ພະ​​ຍາ​ຍາມ​ອີກ​ເທື່ອ​ໜຶ່ງ​ຂອງ​ເຢຍ​ລະ​ມັນ​ ແລະ​ຕວັກ​ກີ​ ເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ປະ​ເທດ.

ໃນ​ກ​ອງ​ປະ​ຊຸມ​ຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນ​ໂດຍ​ສອງ​ຝ່າຍ, ທ່ານ​ຊາ​ວຸ​ໂຊກຼູ​ກ່າວ​ວ່າ: ສອງ​ຝ່າຍ​ເຫັນ​ດີ ແລະ​ ຫວັງ​ວ່າ​ຜ່ານ​ການ​ສົນ​ທະ​ນາ​ເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຄວາມ​ຂັດ​ແຂ້ງ​ກັນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ. ທ່ານ​ກ່າວ​ຕື່ມ​ວ່າ:ຕວັກ​ກີ​ຍິນ​ດີ​ເຂົ້າ​ເປັນ​ສະ​ມາ​ຊິກສະ​ຫະ​ພັນ​ພາ​ສີ​ສະ​ຫະ​ພາບ​ເອີ​ລົບ​ອີກ​ເທື່ອ​ໜຶ່ງ.


​ໃນ​ກອງ​ປະ​ຊຸມ​ຂ່າວ​ດັ່ງ​ກ່າວ, ທ່ານ​ກາ​ເບຼໄດ້​ປະ​ກາດ​ຟື້ນ​ຟູ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ຮ່ວມ​ເຢ​ຍ​ລະ​ມັນ-ຕວັກ​ກີ, ເຊິ່ງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ຢຸດ​ເຊົາ​ ວຽກ​ຫຼັງ​ຈາກ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຊຸດ​ໂຊມ​ລົງ. ທ່ານ​ກາ​ເບຼກ່າວ​ຕື່​ມ​ວ່າ: ສອງ​ຝ່າຍ​ຈະ​ສ້າງ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຊອກຫາ​ຜົນ​ປະ​ໂຫຍດ​ຮ່ວມຫຼາຍກວ່າ​ເກົ່າ​ໃນ​ອະ​ນາ​ຄົດ.

ແຫລ່ງທີ່ມາຈາກຊີອາໄອ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.