ກອງທັບ

ກອງທັບ ເລື່ອນຊັ້ນພົນຈັດຕະວາ ທອງວັນ ຈັນທະວົງ ແລະ ສະຫວ່າງໄຊ ສີນນະວົງ ຂຶ້ນເປັນພົນຕີ


ພິທີປະກາດເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງຂອງກະ ຊວງປ້ອງກັນປະເທດ ຈັດຂຶ້ນໃນ ຕອນເຊົ້າວັນທີ 19 ມັງກອນ 2018 ນີ້, ຢູ່ທີ່ກະຊວງປ້ອງກັນ ປະເທດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫ້ອງວ່າການກະຊວງ, ບັນດາວິທະຍາຄານ ແລະ ຄະນະ ຈັດຕັ້ງສູນກາງພັກເຂົ້າຮ່ວມ.


ໃນພິທີ ທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງປະທານປະເທດ ວ່າ ດ້ວຍການເລື່ອນຊັ້ນໃຫ້ນາຍທະ ຫານຂັ້ນ ພົນຕີ ເຊິ່ງປະກອບມີ: ທ່ານ ພົນຈັດຕະວາ ທອງວັນ ຈັນ ທະວົງ ຫົວໜ້າກົມ 213 ແລະ ທ່ານ ພົນຈັດຕະວາ ສະຫວ່າງໄຊ ສີນນະວົງ ຫົວໜ້າ ປກຊ-ປກສ.

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ອ່ານຂໍ້ຕົກລົງຂອງ ປະທານປະເທດວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍທະຫານຂັ້ນ ພົນຈັດຕະວາ ເຊິ່ງປະກອບມີ: ສະຫາຍ ພັນເອກ ວົງສອນ ອິນ ປານພີມ, ສະຫາຍ ພັນເອກ ບຸນ ເຈື້ອ ຕຽນແສງດາວ, ສະຫາຍ ພັນເອກ ວຽງໄຊ ສົມວິຈິດ, ສະ ຫາຍ ພັນເອກ ພູວຽງ ຫຼ່ຽມມະ ວົງສາ, ສະຫາຍ ພັນເອກ ສີທາ ດວງມາລາ, ສະຫາຍ ພັນເອກ ໄພລັດ ພີມມະສັກ, ສະຫາຍ ພັນ ເອກ ບຸນຍົງ ດາດົງໄຊ, ສະຫາຍ ພັນເອກ ສົມທອງ ດອນກັນນ້ອຍ, ສະຫາຍ ພັນເອກ ຄຳມ່ວນ ເລືອງວັນຫຼ້າ ແລະ ສະຫາຍ ພັນເອກ ບົວສິງ ອິນທະວົງ.

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໄດ້ ໂອ້ລົມຕໍ່ນາຍທະຫານຂັ້ນສູງທີ່ ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຜູ້ເຂົ້າຮ່ວມ ເຊິ່ງທ່ານໄດ້ກ່າວ ບາງຕອນວ່າ: ພາລະບົດບາດ, ໜ້າທີ່ ແລະ ຄວາມສຳຄັນຂອງ ວຽກງານປ້ອງກັນຊາດໃນຊຸມປີ ຜ່ານມາ ພັກ-ລັດ ໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າໃນການປັບປຸງກໍ່ ສ້າງກຳລັງປະກອບອາວຸດປ້ອງ ກັນຊາດທັງ 3 ປະເພດໃຫ້ເຂັ້ມ ແຂງໜັກແໜ້ນ ໂດຍສະເພາະ ແມ່ນການປັບປຸງໂຄງປະກອບ ການຈັດຕັ້ງ ແລະ ບຸກຄະລາ ກອນຂອງກອງທັບປະຊາຊົນ ລາວ ເວົ້າສະເພາະແມ່ນຕໍ່ພະນັກ ງານຫຼັກແຫຼ່ງເພື່ອຮັບປະກັນ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນໃນໄລຍະໃໝ່,

ຕໍ່ໜ້າ ເງື່ອນໄຂສະພາບແວດລ້ອມ ຂອງໂລກ ແລະ ຄວາມຮຽກ ຮ້ອງຕ້ອງການຂອງສະພາບ ການໃໝ່ຢູ່ປະເທດເຮົາ ກົມການ ເມືອງສູນກາງພັກ ກໍຄືລັດຖະ ບານຈຶ່ງໄດ້ຕົກລົງຍົກລະດັບຂັ້ນ ບຸກຄະລາກອນທີ່ເປັນພະນັກ ງານຫຼັກແຫຼ່ງຂັ້ນສູງຂອງກອງ ທັບ ແນໃສ່ເຮັດໃຫ້ການຊີ້ນຳ-ນຳພາຂັ້ນມະຫາພາກຂອງກະ ຊວງປ້ອງກັນປະເທດມີຄວາມ ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນ ເຮັດໃຫ້ກອງທັບເຮັດສຳເລັດໜ້າ ທີ່ການເມືອງຂອງຕົນໃນການ ປົກປັກຮັກສາປະເທດຊາດໄວ້ ໃຫ້ໝັ້ນຄົງ, ສ້າງເງື່ອນໄຂໃຫ້ແກ່ ການສ້າງສາພັດທະນາປະເທດ ຊາດ, ສືບຕໍ່ກໍ່ສ້າງກອງທັບປະ ຊາຊົນລາວເປັນກອງທັບປະຕິ ວັດ, ມີແບບແຜນ ແລະ ທັນສະ ໄໝ.

ທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດໄດ້ເນັ້ນໜັກໃຫ້ ເອົາໃຈໃສ່ເຮັດວຽກງານການ ເມືອງແນວຄິດ, ຄົ້ນຄວ້າຮໍ່າ ຮຽນທິດສະດີມາກ-ເລນິນແນວ ທາງນະໂຍບາຍຂອງພັກ ຕິດພັນ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນ ປະເທດວາງອອກ, ຕັ້ງໜ້າປັບ ປຸງກໍ່ສ້າງກຳລັງປະກອບອາວຸດ ປ້ອງກັນຊາດທັງ 3 ປະເພດກຳ ລັງໃຫ້ໜັກແໜ້ນທາງດ້ານການ ເມືອງແນວຄິດ ແລະ ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີຄວາມ ຈົງຮັກພັກດີຕໍ່ປະເທດຊາດ, ເປັນ ເສົາຄໍ້າອັນໜັກແໜ້ນໃຫ້ແກ່ພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ເອົາ ໃຈໃສ່ປັບປຸງແບບແຜນວິທີເຮັດ ວຽກໃຫ້ມີວິທະຍາສາດ, ປະຕິ ບັດຫຼັກການລວມສູນປະຊາທິປະ ໄຕ ເຮັດວຽກເປັນໝູ່ຄະນະ ແບ່ງ ວຽກໃຫ້ບຸກຄົນຮັບຜິດຊອບ, ສ້າງແບບແຜນດຳລົງຊີວິດປອດ ໃສ, ຂາວສະອາດ ແລະ ມີວິໄນ ເຂັ້ມງວດ.


ແຫລ່ງທີ່ມາຈາກໜັງສືພິມກອງທັບປະຊາຊົນລາວ(http://www.kongthap.gov.la)
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.