LU02

ປີນີ້ເກີດແທ້ເຂດເສດຖະກິດມະຫານະທີສີພັນດອນ, ຄາດສ້າງວຽກເຮັດງານທຳລະດັບແສນຄົນ



    ກາຍເປັນທີ່ວ່າກັນຢ່າງກວ້າງຂວາງສຳລັບໂຄງການສ້າງເຂດເສດຖະກິດ ມະຫານະທີສີພັນດອນ ເປັນຕົ້ນແມ່ນສຽງຄັດຄ້ານຈາກຜູ້ທີ່ໄດ້ຮັບຜົນກະທົບ ແຕ່ເພື່ອການພັດທະນາທີ່ດີກວ່າບາງຄັ້ງກໍ່ຕ້ອງຍອມເສຍສະຫຼະ ເພາະເຖິງຈັ່ງໃດຕອນນີ້ໂຄງການກໍ່ເລີ່ມເປັນຮູບເປັນຮ່າງຂຶ້ນສົມຄວນຕາມແຫຼ່ງຂ່າວຫຼ້າສຸດບອກວ່າຈະໄດ້ລົງມືກໍ່ສ້າງພາຍໃນປີນີ້ດ້ວຍງົບປະມານຫຼາຍກວ່າ 9 ຕື້ໂດລາ ໂດຍຄາດຫວັງວ່າຈະສາມາດສ້າງວຽກເຮັດງານທຳໄດ້ລະດັບ 1 ແສນຄົນ.



    ຕາມແຫຼ່ງຂ່າວທ້ອງຖິ່ນໜັງສືພິມຈຳປາໃໝ່ເປີດເຜີຍວ່າ: ໃນວັນທີ 29 ທັນວາຜ່ານມາທີ່ພະແນກແຜນການ ແລະການ ລົງທຶນແຂວງຈຳປາສັກ ໄດ້ມີກອງປະຊຸມ ຜ່ານຮ່າງບົດວິພາກປະເມີນຄວາມເປັນ ໄປໄດ້ທາງດ້ານເສດຖະກິດເຕັກນິກ, ແຜນແມ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຂອງໂຄງການດັ່ງກ່າວ.



ໃນກອງປະຊຸມທ່ານ ສິດທິໄຊ ໄຊຍະວົງ ປະທານທີ່ປືກສາໂຄງການໄດ້ກ່າວວ່າ: ໂຄງການພັດທະນາເຂດເສດຖະກິດ ພິເສດມະຫານະທີສີພັນດອນ ມີເນື້ອທີ່ທັງໝົດ 9.800 ເຮັກຕາ ມີມູນຄ່າການລົງທຶນ ຫຼາຍກວ່າ 9 ຕື້ໂດລາ ໄລຍະເວລາຄືນທຶນ 33 ປີ ຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວ ໄດ້ຫຼາຍກວ່າ 15 ລ້ານຄົນ ຈະມີລາຍຮັບຈາກການທ່ອງທ່ຽວ 1,8 ຕື້ໂດລາຕໍ່ປີ, ສ້າງວຽກເຮັດງານທຳ ໄດ້ 1 ແສນຄົນ ໃນນັ້ນ ແມ່ນຈະໄດ້ສ້າງໂຮງແຮມ 5 ດາວ ແລະກາຊິໂນຫຼາຍກວ່າ 35 ແຫ່ງ, ສ້າງລາຍຮັບຈາກການປັນຜົນ ແລະພາສີອາກອນໃຫ້ລັດຖະບານ 200 ລ້ານໂດລາຕໍ່ປີ.




     ໃນນັ້ນ ຈະໃຫ້ມີສ້າງສະໜາມບິນ, ທາງດ່ວນ ແລະທາງລົດໄຟ, ສວນສະໜຸກ, ສວນອຸທິຍານ, ສວນສັດປ່າ-ສັດນ້ຳ, ໂຮງແຮມ, ຣີສອດ, ສູນການປະຊຸມ ແລະການສະແດງນາໆຊາດ, ຮ້ານອາຫານນາໆຊາດ, ກິລາທາງບົກ-ທາງນ້ຳ, ສະໜາມກ໊ອບ, ຕະຫຼາດຊຸມຊົນ, ສູນການຄ້າສາກົນ, ຫັດຖະກຳ-ອຸດສາຫະກຳເບົາ, ອຸດສາຫະກຳການຜະລິດ ແລະປຸງແຕ່ງທີ່ໃຊ້ເຕັກ ໂນໂລຊີຂັ້ນສູງ, ການກະເສດ, ທຸລະກິດ ບັນເທີງ, ທຸລະກິດອະສັງຫາລິມະຊັບ ແລະທີ່ພັກອາໄສ, ການຄົມມະນາຄົມ, ໂຮງຮຽນວິຊາຊີບ ແລະວິທະຍາໄລ,ການ ບໍລິການດ້ານສຸຂະພາບ, ການແພດ ແລະ ຂະແໜງການບໍລິການອື່ນໆ.



     ໂຄງການພັດທະນາເຂດເສດຖະກິດ ພິເສດມະຫານະທີສີພັນດອນ ພາຍຫຼັງທີ່ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈກັບລັດຖະບານທາງໂຄງການແມ່ນໄດ້ດຳເນີນການສຳ ຫຼວດອອກແບບ ແລະສືກສາຄວາມເປັນໄປໄດ້ທັນທີຫຼັງຈາກນັ້ນໃຊ້ເວລາສຳຫຼວດ 6 ເດືອນ ປະຈຸບັນແມ່ນໄດ້ສຳເລັດການສຳຫຼວດ ພ້ອມທັງຈະເລີ່ມລົງມືກໍ່ສ້າງແຕ່ປີ 2018 ແລະຈະໃຫ້ສຳເລັດທຸກຮູບແບບ ໃນປີ 2050, ໂຄງການດັ່ງກ່າວມີຜູ້ໄດ້ຮັບ ຜົນກະທົບ 100 ກວ່າຄອບຄົວ ໂດຍທາງໂຄງການຈະໃຫ້ການຊົດເຊີຍສູງເພື່ອໃຫ້ປະຊາຊົນເພິ່ງພໍໃຈ.


ຂອບໃຈແຫຼ່ງຂ່າວຈາກໜັງສືພິມຈຳປາໃໝ່
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.