LU02

ມາເບິ່ງສິ່ງທີ່ຄວນ ຫຼື ບໍ່ຄວນຢູ່ເຮັດຢູ່ໃນເຮືອນ ເພື່ອໃຫ້ຊີວິດດີຂຶ້ນ




ຄວາມເຊື່ອຂຶ້ນຢູ່ກັບໃຈຄົນ ແຕ່ຖ້າເຮົາເຮັດໄປແລ້ວສະບາຍໃຈກໍ່ສາມາດກະຕຸ້ນໃຫ້ບຸກຄົນຜູ້ນັ້ນກະຕືລົ້ນສ້າງຢູ່ຫາກິນຮັ່ງມີລ້ຳລວຍໄປແລ້ວກໍ່ມີຫຼາຍ ມີ້ນີ້ແອັດມິນໂປ່ງຈະເອົາເລື່ອງລາວຄວາມເຊື່ອທີ່ຈະຊ່ວຍເສີມຊີວິດທ່ານໃຫ້ທຸກຄົນໄດ້ລອງກັນ.


1. ກ່ຽວກັບຕຽງນອນ: ຕາມຄວາມເຊື່ອບູຮານຈຽງນອນຫ້າມຫັນຫົວຕຽງໄປໃສ່ຝາຫ້ອງນ້ຳໂດຍເດັດຂາດ ເພາະຈະເຮັດໃຫ້ເສື່ອມໂຊກອັບໂຊກ ແລະຢ່າຕັ້ງຫົວຕຽງໄປເຊິ່ງກັບປະຕູທາງເຂົ້າ ຖ້າຜູ້ໃດເຮັດແບບນີ້ຈະເຮັດໃຫ້ຝັນຮ້າຍ ແລະບໍ່ມີໂຊກເຂົ້າມາ.



2. ກະເປົາເງິນ: ກະເປົາເງິນສຳລັບຜູ້ຖືແລ້ວທຸກໆວັນປີໃໝ່ຕ້ອງມີການປ່ຽນກະເປົາ ແລ້ວເອົາເງິນໃສ່ໃຫ້ໄດ້ໂຕເລກພໍດີຖ້ວນ 9 ປະມານ 9.000, 90.000 ແລະໃຫ້ເອົາໄວ້ແບບນັັນໜຶ່ງວັນໜຶ່ງຄືນບໍ່ໃຫ້ເອົາອອກ ເພື່ອຮຽກເງິນຮຽກທອງເຂົ້າມາ ເຊື່ອກັນວ່າຖ້າເຮັດໄດ້ໃນປີນັ້ນເງິນທີ່ໄດ້ຈະຫຼາຍກວ່າເງິນທີ່ຈ່າຍ. ຄົນລຸ້ນໃໝ່ທີ່ໄດ້ເງິນມາມັກເອົາເຂົ້າທະນາຄານເລີຍໂດຍບໍ່ເອົາໃສ່ກະເປົາເງິນກ່ອນ ແຕ່ຄົນທີ່ເຄັ່ງຄັດກັບຄວາມເຊື່ອຕ້ອງເອົາເງິນທີ່ໄດ້ເຂົ້າກະເປົາກ່ອນ ໜ້ອຍໜຶ່ງຈິ່ງເອົາໄປຝາກ ຖືເປັນການເອີ້ນຂັວນງເງິນໃຫ້ໄຫຼມາເທມາ.




3. ຫ້ອງຄົວກິນ ຫຼື ເຮືອນຄົວ ຕ້ອງໝັ່ນດູແລປັດກວດຢູ່ຕະຫຼອດບໍ່ປ່ອຍໃຫ້ສົກກະປົກເສົ້າໝອງ ເພາະເຊື່ອກັນວ່າເຮືອນຄົວເປັນພະລັງຂອງເຮືອນ ຖ້າບໍ່ມັກອະນາໄມ້ປ່ອຍໃຫ້ເປິເປື້ອນສົກກະປົກໃນເຮືອນຄົວແລ້ວ ເງິນຄຳທີ່ຫາມາໄດ້ກໍ່ຕ້ອງຈ່າຍໄປໝົດ ແລະນານມີເງິນມີຄຳ.




4. ຜ້າເຊັດໜ້າ: ເປັນສິ່ງຕ້ອງຫ້າມສຳລັບການໃຫ້ເປັນຂອງຂັວນແກ່ຄົນຮັກກັນ, ໝູ່ສະນິດ ເພາະເຂົາຖືວ່າເປັນລາງບໍ່ດີໃຫ້ແລ້ວຈະໄດ້ພັດພາກຈາກກັນ.

5. ຄວາມບໍລິສຸດ: ວ່າກັນວ່າຄົນເຮົາຄວນງົດການມີເພດສຳພັນກັບຄູ່ຮັກໃນວັນສິນ, ວັນເກີດ ແລະວັນເຂົ້າພັນສາ ເພື່ອໃຫ້ເທວະດາຊ່ວຍຄຸ້ມຄອງຮັກສາໃຫ້ຮັກຍືນຍາວ.

6. ໄຂ່ ແລະໝາກກ້ຽງ, ໝາກນາວ: ຄວນມີໄວ້ຢູ່ເຮືອນເປັນປະຈຳຢ່າໄດ້ຂາດ ຂອງສອງສິ່ງນີ້ເປັນສັນຍາລັກຂອງຄວາມອຸດົມສົມບູນ ຖືເປັນຖ້າເຮືອນໃດມີໄວ້ບໍ່ຂາດຈະສາມາດເອີ້ນຄວາມສົມບູນພູນສຸກເຂົ້າສູ່ເຮືອນເຮັດໃຫ້ຊີວິດຢູ່ດີມີສຸກຕະຫຼອດ.




7. ຫໍໄຫວ້ພະ: ຖ້າຫາກທ່ານເລືອກທີ່ຈະເອົາຫໍໄຫວ້ພະມາໄວ້ໃນເຮືອນຕ້ອງເຮັດໃຫ້ຫຼ້ອນໜ້າທີ່ໃນການດູແລຮັກສາໝັ່ນປ່ຽນດອກໄມ້ເຊັດຖູໃຫ້ສະອາດ ຖ້າປ່ອຍໃຫ້ສົກກະປົກ ເຮືອນຫຼັງນັ້ນເຮັດຫຍັງຈະບໍ່ຂຶ້ນມີແຕ່ຄວາມເຊື່ອມຖອຍ ຍາກທີ່ຈະປະສົບຜົນສຳເລັດ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.