LU02

ຕິດຕາມຕົວຈິງເຮັດໄດ້ຫຼືບໍ ຍິ່ງໂຊກໄຊ ຮັບປະກັນປີນີ້ບໍ່ເກັບຄ່າເຂົ້າງານບຸນວັດພູ



ງານບຸນວັດພູນັບເປັນປາງບຸນໃຫຍ່ແຫ່ງໜຶ່ງທີ່ຊາວແຂວງຈຳປາສັກຄອງຄອຍ ແລະປະຊາຊົນລາວຈາກແຂວງຕ່າງໆກໍ່ຢາກໄປຮ່ວມ ໄປສັກກາລະບູຊາບູຮານສະຖານແຫ່ງນີ້ ແຕ່ຫຼາຍປີຜ່ານມາມັກມີຫາງສຽງເລື່ອງຄ່າເຂົ້າຊົມ, ຄ່າຝາກລົດແພງ ເຮັດໃຫ້ປະຊາຊົນບໍ່ຄ່ອຍດີໃຈໜັກ ແຕ່ປີນີ້ກຸ່ມບໍລິສັດຍິ່ງໂຊກໄຊ ຜູ້ຮັບສຳປະທານຢືນຢັນໃຫ້ຜ່ານລ້າບໍ່ເສຍເງິນຄືປີຜ່ານມາ ລອງຕິດຕາມເບິ່ງຕົວຈິງຈະເປັນແບບໃດ!!!!



ທ່ານນາງ ສົມເລັດ ໂພສາລາດ ປະທານກຸ່ມບໍລິສັດ ຍິ່ງໂຊກໄຊ ໃນນາມຜູ້ສໍາປະທານແຫຼ່ງທ່ອງທ່ຽວສະຖານບູຮານວັດພູຈໍາປາສັກ ມໍລະດົກໂລກ ໃຫ້ຮູ້ວ່າ: ປົກກະຕິແລ້ວການເກັບຄ່າເຂົ້າຊົມສະຖານບູຮານວັດພູຈໍາປາສັກ ແມ່ນຄົນລາວເກັບ 20 ພັນກີບ ແລະ ຄົນຕ່າງປະເທດ 50 ພັນກີບຕໍ່ຄົນ ໃນນີ້ລວມທັງຄ່າລົດໄຟຟ້ານໍາສົ່ງ, ຄ່າເຂົ້າຊົມຫ້ອງວາງສະແດງວັດພູ, ຫ້ອງນໍ້າ ແລະ ຄ່າໄວຟາຍ.




 ແຕ່ໃນໂອກາດບຸນນະມັດສະການຜາສາດຫີນວັດພູປີ 2018 ທີ່ຈະຈັດຂຶ້ນໃນວັນທີ 29-31 ມັງກອນນີ້ ແມ່ນນະໂຍບາຍບໍ່ໄດ້ເກັບຄ່າເຂົ້າຊົມແຕ່ຢ່າງໃດ, ແຕ່ເພື່ອໃຫ້ມີລາຍຮັບໃນການບໍລິຫານໃຊ້ຈ່າຍປະດັບປະດາຕົກແຕ່ງ ລວມທັງນະໂຍບາຍຕໍ່ນັກສິລະປິນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຄົບງັນ, ຄ່າອະນາໄມ ແລະ ມອບພັນທະໃຫ້ລັດ, ທາງບໍລິສັດຈະໄດ້ເກັບເງິນນຳລົດທີ່ເຂົ້າມາໃນງານ ໃນລາຄາຝາກລົດຈັກ 20 ພັນກີບ, ລົດໃຫຍ່ ແລະ ທົ່ວໄປ 60 ພັນກີບ, ລົດໂດຍສານ 80 ພັນກີບຕໍ່ຄັນ.



ທ່ານນາງ ສົມເລັດ ກ່າວອີກວ່າ: ໃນງານຈະມີຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າ ເຊິ່ງມີນັກທຸລະກິດ, ຜູ້ປະກອບການ ແລະ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດຈະນໍາເອົາສິນຄ້າເຂົ້າມາຮ່ວມວາງສະແດງ, ຈໍາໜ່າຍ, ຊື້-ຂາຍ ມີທັງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ປະເພດພາຫະນະ, ເຄື່ອງຫຼິ້ນ, ເສື້ອຜ້າ, ເຄື່ອງສໍາອາງ, ໂທລະສັບ, ອາຫານສໍາເລັດຮູບ ແລະ ອື່ນໆ, ສ່ວນຜູ້ທີ່ມາຂາຍອາຫານຕາມແຄມທາງ ປະເພດບັ້ງເຂົ້າຫຼາມ, ປີ້ງໄກ່, ຕໍາໝາກຫຸ່ງ, ເຂົ້າປຸ້ນ ແລະ ອື່ນໆອີກ ແມ່ນມີຫຼາຍລາຄາຄ່າເຊົ່າສະຖານທີ່ແຕ່ 6 ແສນຫາ 6 ລ້ານກີບ. ສຳລັບຜູ້ທີ່ຂາຍດອກໄມ້ທູບທຽນແມ່ນບໍ່ໄດ້ເກັບຄ່າສະຖານທີ່ ແຕ່ຈະເກັບຄ່າພັນທະປະກອບສ່ວນໃນການອະນາໄມໃນແຕ່ລະວັນ.

ຂອບໃຈແຫຼ່ງຂ່າວຈາກໜັງສືພິມລາວພັດທະນາ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.