LU03

ຢູ 16 ລາວ ປະກາດລາຍຊື່ 18 ນັກເຕະ ລຸຍລາຍການທີ່ຍີ່ປຸ່ນ ຕົ້ນເດືອນມີນານີ້


   ພາຍຫລັງທີ່ໄດ້ມີການຄັດເລືອກນັກກິລາ ລຸ້ນອາຍຸ 16 ປີ ໃນກາງເດືອນ ມັງກອນ 2018 ສະຫະພັນບານເຕະແຫ່ງຊາດລາວ ຂໍປະກາດລາຍຊື່ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸ 16 ປີ ເຂົ້າຮ່ວມແຂ່ງຂັນບານເຕະ JENESYS Japan-ASEAN U-16 Football Exchange Programme, ໃນລະຫວ່າງວັນທີ 6-15 ມີນາ 2018, ທີ່ເມືອງ ມິຢາຊາກິ (Miyazaki) ປະເທດ ຍີ່ປຸ່ນ.



#ຄະນະນໍາ ແລະ ຄະນະຄູຝຶກ.
1. ທ່ານ ອຳມະລິດ ຈັນທະລັງສີ ຜູ້ຈັດການທີມ
2. ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ
3. ທ່ານ ອຸດຕະມະ ຂາງມະນີວົງ ຜູ້ຊ່ວຍຄູຝຶກ
4. ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຄູຝຶກປະຕູ
5. ທ່ານ ສຸວັນນີ ພົມມະຈັນ ແພດປະຈໍາທີມ
6. ທ່ານ ວົງມີໄຊ ສຸບົວຄຳ ບໍລິຫານທີມ

#ນັກກິລາ
+ ຜູ້ຮັກສາປະຕູ
1. ທ້າວ ດິມ ພຸດທະວົງ ຈາກ ສະໂມສອນ ຊ້າງນ້ອຍ
2. ທ້າວ ສໍລະສັກ ທິລະວົງ ຈາກ ແຂວງ ສະຫວັນນະເຂດ
+ ກອງຫລັງ
3. ທ້າວ ອານັນຕະຊາ ສີພົງພັນ ແຂວງ ສະຫວັນນະເຂດ
4. ທ້າວ ເພັດທະນົງສັກ ໄຊຍະລາດ ແຂວງ ສະຫວັນນະເຂດ
5. ທ້າວ ພຸດທະວົງ ສັງວິໄລ ແຂວງ ຈຳປາສັກ
6. ທ້າວ ສົງການ ສີຈັນທະວົງ ຈາກ ສະໂມສອນ ພີວີ ເອັຟຊີ
7. ທ້າວ ບິກ ສີຫາລາດ ຈາກ ສະໂມສອນ ລາວໂຕໂຢຕ້າ
8. ທ້າວ ອານຸລັກ ວັນນະລາດ ຈາກ ສະໂມສອນ ລາວໂຕໂຢຕ້າ
9. ທ້າວ ຟຸດບອນ ກຸນນະເສນ ຈາກ ສະໂມສອນ ເອສະຣາ
10. ທ້າວ ອາຄົມ ທໍລະນິນ ຈາກ ສະໂມສອນ ປກສ
11. ທ້າວ ອານັນທະນາ ຈັນທະມາລີ ຈາກ ສະໂມສອນ ລາວໂຕໂຢຕ້າ
12. ທ້າວ ອາລຸນໃນ ລຸນລາລີ ຈາກ ສະໂມສອນ ລາວໂຕໂຢຕ້າ
13. ທ້າວ ຄອນສະຫວັນ ແກ້ວໜູຈັນ ຈາກ ສະໂມສອນ ຊ້າງນ້ອຍ
14. ທ້າວ ສິດປະເສີດ ສີອິນທະວົງ ຈາກ ສະໂມສອນ ຊ້າງນ້ອຍ
15. ທ້າວ ອຸດົມສັກ ສີປະເສີດ ຈາກ ນະຄອນຫລວງວຽງຈັນ

+ ກອງຫນ້າ
16. ທ້າວ ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
17. ທ້າວ ສຸກສາຄອນ ບົວໄພວັນ ຈາກ ສະໂມສອນ ລາວໂຕໂຢຕ້າ
18. ທ້າວ ທຽນເທວາ ສີປະຈຳ ຈາກ ສະໂມສອນ ຊ້າງນ້ອຍ

   ສໍາລັບ ການແຂ່ງຂັນບານເຕະ Japan-ASEAN U-16 Football Exchange Programme ມີທີມເຂົ້າຮ່ວມທັງ 12 ທີມແບ່ງອອກເປັນ 4 ສາຍ ຄື :
- ກຸ່ມ ເອ : ທີມຊາດຍີ່ປຸ່ນ ຮຸ່ນອາຍຸ 15 ປີ, ຕີມໍ ເລສເຕ ແລະ ມາເລເຊຍ.
- ກຸ່ມ ບີ : ອິນໂດເນເຊຍ, ຟິລິບປິນ ແລະ ກຳປູເຈຍ.
- ກຸ່ມ ຊີ : ໄທ, ສິງກະໂປ ແລະ ບຣູໄນ.
- ກຸ່ມ ດີ : ຫວຽດນາມ, ລາວ ແລະ ມິຢາຊາກິ ( Miyazaki Selection Team )

   ສ່ວນຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸ 16 ປີ
- 08 ມີນາ 2018 ເວລາ 14:00 ຫວຽດນາມ ພົບ ລາວ
- 10 ມີນາ 2018 ເວລາ 14:00 ມິຢາຊາກິ ( Miyazaki Selection Team ) ພົບ ລາວ
ກຳນົດການເດີນທາງ ທີມຊາດລາວ ຮຸ່ນອາຍຸ 16 ແມ່ນຈະໄດ້ອອກເດີນທາງໄປປະເທດຍີ່ປຸ່ນໃນວັນທີ 5 ມີນາ 2018 ເວລາ 20:10 ໂມງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.