ກໍ່ສ້າງ

ໄຂກອງປະຊຸມປຶກສາຫາລື ດ້ານວິຊາການກ່ຽວກັບການຊຳລະ ຄ່າຊົດເຊີຍສິ່ງກີດຂວາງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ


 ໃນ​ເວລາ 8:30 ​ໂມງ ຂອງ​ວັນ​ທີ 22 ກຸມພາ 2018 ທີ່​ຫ້ອງ​ປະຊຸມ​ຂອງ​ພະ​ແນ​ກ ຍທຂ ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ເປີດ​ກອງ​ປະຊຸມ​ປືກສາ​ຫາລື​ດ້ານ​ວິຊາ​ການ​ກ່ຽວກັບ ການ​ຊຳລະ​ຄ່າ​ຊົດ​ເຊີຍ​ສີ່​ງກີດຂວາງ​ຂອງ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-​ຈີນ ຂື້ຶ້ນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ລັດຕະນະມະ​ນີ ຄູນ​ນິວົງ ຮອງ​ລັດ​ຖະ​ມົນຕີ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-​ຈີນ, ມີ​ບັນດາ​ທ່ານ​ຫົວໜ້າ​ຄະນະ​ໄກ່​ເກັ່ຍສິ່​ງ​ກີດຂວາງ​ ຂັ້ນ​ແຂວງ, ຂັ້ນ​ເມືອງ, ຫົວໜ້າ​ພະ​ແນ​ກ ຍທຂ ​ແລະ ຫ້ອງການ​ປະສານ​ງານ​ຈາກ ນະຄອນຫລວງ, ​ແຂວງ​ຫລວງ​ນ້ຳ​ທາ, ອຸດົມ​ໄຊ,​ ຫລວງ​ພະ​ບາງ, ​ແຂວງ​ວຽງ​ຈັນ, ຄະນະ​ຄຸ້ມ​ຄອງ​ໂຄງການ​ທາງ​ລົດ​ໄຟ ລາວ-​ຈີນ ຮອງ​ຫົວໜ້າ​ບໍລິສັດ​ທາງ​ລົດ​ໄຟ ລາວ-​ຈີນ ມີໜ້າ​ເຂົ້າ​ຮ່ວມ​ທັງ​ໝົດ 44 ທ່ານ.​



      ກອງປະຊຸມຄັ້ງນີ້ ແມ່ນເພື່ອ​ການ​ກະກຽມ​ຄວາມ​ຄິດ​ເຫັນ​ທາງ​ດ້ານ​ວິຊາ​ການ ​ໃນ​ການ​ນຳ​ໄປສະ​ເໜີ​ຕໍ່​ຄະນະ​ຊີ້​ນຳ​ໂຄງການ​ກ່ຽວ​ກັບ​ການ​ຊຳລະ​ຄ່າ​ຊົດ​ເຊີຍ​ສີ່​ງກີດຂວາງ​ຂອງ​ໂຄງການ​ກໍ່​ສ້າ​ງທາງ​ລົດ​ໄຟ ລາວ-​ຈີນ ​ໃນ​ນັ້ນ​ ຈະ​ໄດ້ຄົ້ນ​ຄ້ວາ 5 ບັນຫາ​ຕົ້ນຕໍ​ຄື: 1) ຂັ້ນ​ຕອນ​ໃນ​ການ​ຊຳລະ, 2) ​ເອກະສານ​ທີ່​ຈຳ​ເປັນ​ເພື່ອ​ຢືນຢັນ​ຄວາມ​ຖືກຕ້ອງ, 3) ການຈັດ​ອັນ​ດັບບູລິ​ມະ​ສິດ​ຊຳລະ​ຄ່າ​ຊົດ​ເຊີຍ 4) ​ແຜນການ​ຈັດ​ຕັ້ງ​ປະຕິບັດ: ປະກອບ​ດ້ວຍ​ໜ້າ​ວຽກ​ຄື ການ​ລົງ​ຕິດຕາມ​ການ​ກວດກາ, ລະບົບ​ລາຍ​ງານ ​ແລະ​ການ​ກະ​ຕຽມ​ບັນຊີ​ບຸກຄົນ​ທີ່​ຖືກ​ຜົນ​ກະທົບ ​ແລະ 5) ບັນຫາ​ອື່ນໆ.


ກ່ອນຫນ້ານັ້ນໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນວັນທີ 21 ກຸມພາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.  ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະແມ່ນ ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສືບຕໍ່ປະສານສົມທົບກັບຝ່າຍ ສປ ຈີນ ໃນການດຳເນີນການກໍ່ສ້າງໂຄງການດັ່ງກ່າວ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້.


 ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ປະ ສານສົມທົບກັບບັນດາແຂວງ, ສະພາທ້ອງຖິ່ນຂອງແຂວງ ເພື່ອກໍານົດ ແລະ ເບີກຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງດັ່ງກ່າວ ໃຫ້ສໍາເລັດໂດຍໄວ. ສຳລັບທຶນສົມທົບກໍ່ສ້າງໂຄງການດັ່ງກ່າວ ຂອງລັດຖະບານ ແມ່ນໃຫ້ກໍານົດເຂົ້າໃນແຜນງົບປະມານໃນແຕ່ລະປີ.


ແຫລ່ງທີ່ມາຈາກhttp://www.mpwt.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.