ກອງທັບ

ແຕ່ງຕັ້ງ ພັນເອກ ສາຍໃຈ ກົມມະສິດ ຫົວໜ້າກົມ ກໍາລັງພົນກົມໃຫຍ່ເສນາທິການ ກອງທັບ ເປັນຫົວໜ້າການທະ ຫານກອງພົນທີ 1 ຄົນໃໝ່


ອີງຕາມການລາຍງານຂອງໜັງສືພິມກອງທັບປະຊາຊົນລາວໃຫ້ຮູ້ວ່າ: ໃນວັນທີ 28 ກຸມພາ 2018 ນີ້, ຢູ່ກອງພົນທີ 1 ໄດ້ຈັດພິທີປະ ກາດແຕ່ງຕັ້ງ ພັນເອກ ສາຍໃຈ ກົມມະສິດ ເປັນຫົວໜ້າການທະ ຫານກອງພົນທີ 1 ຄົນໃໝ່ ແລະ ຊັບຊ້ອນໜ້າທີ່ນາຍທະຫານຂັ້ນ ແລະ ບັນຊາການກອງພົນຂຶ້ນ ຢ່າງເປັນທາງການ. ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳ ຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີບັນດາກົມວິ ຊາການທີ່ກ່ຽວຂ້ອງ,ຕົວແທນ ແຂວງໄຊສົມບູນ, ແຂວງວຽງຈັນ. ບັນດາກອງບັນຊາການທະ ຫານແຂວງອ້ອມຂ້າງ, ອໍານາດ ການປົກຄອງເມືອງວຽງວັງ, ແຂກຖືກເຊີນ ແລະ ພະນັກງານ ຫຼັກແຫ່ງທົ່ວກອງພົນທີ 1 ເຂົ້າ ຮ່ວມ.

ໃນພິທີ ທ່ານ ພົນຈັດຕະວາ ສອນເລົາ ໄຊຍະບຸດ ຫົວໜ້າກົມ ພະນັກງານຕາງໜ້າໃຫ້ພາກ ສ່ວນທີ່ກ່ຽວຂ້ອງໄດ້ຂຶ້ນອ່ານຂໍ້ ຕົກລົງ ແລະ ຄຳສັ່ງວ່າດ້ວຍການ ແຕ່ງຕັ້ງ ແລະ ຍົກຍ້າຍພະນັກ ງານໄປຮັບໜ້າທີ່ໃໝ່ ໂດຍອີງ ໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ຕົວຈິງຂອງກະຊວງ ປ້ອງກັນປະເທດ, ຕາມມາດຕະ ຖານນາຍທະຫານທີ່ກຳນົດໄວ້ ໃນໝວດທີ 2 ມາດຕາທີ 10 ຂອງກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ແລະ ຕາມ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວໝວດທີ 4 ມາດ ຕາ 21 ວ່າດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ຂອງນາຍ ແລະ ພົນທະຫານ ແລະ ປະຕິບັດ ຕາມທິດທາງປັບປຸງ, ບູລະນະ ການຈັດຕັ້ງນຳພາ-ບັນຊາໃນກໍາ ລັງປະກອບອາວຸດໃຫ້ໜັກແໜ້ນ, ເຂັ້ມແຂງຮອບດ້ານເຂົ້າສູ່ລະບົບ ແບບແຜນ, ແທດເໝາະກັບສະ ພາບການຕົວຈິງ, ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ອັນສຳຄັນ ແລະ ມີກຽດສະຫງ່າຂອງພັກ; ຂອງລັດມອບໝາຍໃຫ້.

ດັ່ງນັ້ນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກຄໍາສັ່ງຍົກຍົກຍ້າຍ ພັນເອກ ພັນສາຍ ຂັນທະໄຊ ຫົວ ໜ້າການທະຫານກອງທີ 1 ໄປ ຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນ ປະເທດ ແລະ ແຕ່ງຕັ້ງ ພັນເອກ ສາຍໃຈ ກົມມະສິດ ຫົວໜ້າກົມ ກໍາລັງພົນກົມໃຫຍ່ເສນາທິການ ກອງທັບ ເປັນຫົວໜ້າການທະ ຫານກອງພົນທີ 1 ຄົນໃໝ່. ຈາກ ນັ້ນ ທ່ານ ພົນຈັດຕະວາ ວໍລະ ສານ ວິລັດດາວົງ ຫົວໜ້າກົມ ຈັດຕັ້ງພັກກົມໃຫຍ່ການເມືອງ ກອງທັບ ກໍໄດ້ຂຶ້ນອ່ານມະຕິຕົກ ລົງຂອງຄະນະພັກກະຊວງປ້ອງ ກັນປະເທດ ວ່າດ້ວຍການບົງ ຕົວ, ແຕ່ງຕັ້ງປ່ຽນແທນຮອງເລ ຂາຄະນະພັກກອງພົນທີ 1 ຕາມ ທິດທາງກໍ່ສ້າງພັກ ແລະ ຕາມ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ, ກະຊວງປ້ອງ ກັນປະເທດຕົກລົງແຕ່ງຕັ້ງພັນ ເອກ ສາຍໃຈ ກົມມະສິດຫົວໜ້າ ການທະຫານກອງພົນທີ 1 ຄົນ ໃໝ່ເປັນ ຮອງເລຂະຄະນະພັກ ກອງພົນປ່ຽນແທນ ພັນເອກ ພັນ ສາຍ ຂັນທະໄຊ ທີ່ຍົກຍ້າຍໄປ ຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນ ປະເທດ.

ໃນໂອກາດເຂົ້າຮ່ວມເປັນປະ ທານ ທ່ານ ພົນໂທ ວິໄລ ຫຼ້າຄຳ ຟອງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຫຼາຍບັນຫາທີ່ສໍາຄັນກ່ອນອື່ນ ສະຫາຍໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານອັນ ໂດດເດັ່ນທີ່ກອງພົນທີ 1 ຍາດ ມາໄດ້ໃນຫຼາຍດ້ານໃນໄລຍະ ຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພຶ້ນ; ໂດຍສະເພາະແມ່ນ ພາຍໃນປະເທດ ແລະ ຂອບເຂດ ກົມກອງຮັບຜິດຊອບແມ່ນມີ ຄວາມຜັນແປໄປຢ່າງສັບສົນ ແລະ ໄວວາ ເຊິ່ງມີທັງສິ່ງທີ່ເອື້ອ ອໍານວຍ ແລະ ສິ່ງທ້າທາຍທົດ ສອບຫຼາຍຢ່າງ ເຊິ່ງຄາດເດົາ ໄດ້ຍາກດັ່ງນັ້ນມັນຈຶ່ງຮຽກຮ້ອງ ຕ້ອງການໃຫ້ທຸກພາກສ່ວນ ໂດຍສະເພາະແມ່ນກໍາລັງປະ ກອບອາວຸດຕ້ອງມີການກໍ່ສ້າງ ເຝິກຝົນຫຼໍ່ຫຼອມ ແລະ ປັບປຸງກໍາ ລັງໃຫ້ແທດເໝາະກັບສະພາບ ຄວາມເປັນຈິງຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ແລະ ໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາກອງພົນທີ 1 ຜູ້ທີ່ໄດ້ຮັບ ການແຕ່ງຕັ້ງ ແລະ ຍົກຍ້າຍເປັນ ຮັບໜ້າທີ່ໃໝ່ວ່າ:

ກ່ອນອື່ນຕ້ອງໄດ້ ຍົກສູງຄວາມຮັບຜິດຊອບເປັນ ແບບຢ່າງນໍາໜ້າ, ເອົາໃຈໃສ່ຍົກ ສູງບົດບາດຄວາມສາມັກຄີເປັນ ປຶກແຜ່ນຕາມຫຼັກການລວມສູນ ປະຊາທິປະໄຕເຮັດວຽກເປັນໝູ່ ຄະນະແບ່ງໃຫ້ບຸກຄົນຮັບຜິດ ຊອບ, ເປັນເຈົ້າການຊີ້ນຳ-ນໍາ ພາສຶກສາ, ອົບຮົມການເມືອງນໍາ ພາ-ແນວຄິດໃຫ້ພະນັກງານ, ນັກ ຮົບໃນກົມກອງມີແນວຄິດການ ເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການ ນໍາພາຂອງພັກຢ່າງເລິກເຊິ່ງຮູ້ ຈໍາແນກໄດ້ມິດ ແລະ ສັດຕູ. ເພີ່ມ ທະວີການນໍາພາຂອງພັກເຂົ້າ ໃນການປັບປຸງກໍ່ສ້າງກໍາລັງໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ, ສືບ ຕໍ່ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ຍູ້ແຮງຂະບວນການຕ່າງໆໃຫ້ມີຄວາມຟົດຟື້ນຕິດພັນກັບການ ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນຍົກສູງນໍ້າໃຈເພິ່ງຕົນ ເອງກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ ຢ່າງຫ້າວຫັນເພື່ອເສີມຂະຫຍາຍ ແລະ ຮັກສາມູນເຊື້ອອັນດີງາມ ຂອງກົມກອງໄວ້ໃຫ້ໝັ້ນຄົງ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.