ຕຳຄົນຂາຫັກຮັບຜິດຊອບ ທາງແພ່ງແນວໃດ? ທ່າມກາງບັນຫາຕຳແລ້ວຫນີ ມີໃຫ້ເຫັນເດືອບທຸກມື້
ປັດຈຸບັນຫາກຕິດຕາມຂ່າວສານຂອງບັນດາຫນ່ວຍກູ້ໄພຕ່າງໆຈະເຫັນວ່າມີກໍລະນີຕຳແລ້ວຫນີເກີດຂຶ້ນເກືອບທຸກມື້ ແຕ່ກໍບໍ່ຮູ້ວ່າກຸ່ມທີ່ຕຳແລ້ວໜີນັ້ນເຈົ້າຫນ້າທີ່ສາມາດນໍາຕົວມານັບຜິດຊອບທາງກົດໝາຍໄດ້ຫຼາຍຫນ້ອຍຊໍາໃດ . ຂະນະທີ່ກະແສສັງຄົມບາງສ່ວນກໍຮຽກຮ້ອງໃຫ້ມີບົດລົງໂທດຫນັກຕໍ່ກຸ່ມຄົນດັ່ງກ່າວ ທັງນີ້ກໍເພື່ອບໍ່ໃຫ້ມີການເອົາເປັນແບບຢ່າງ ຫລື ເຮັດໃຫ້ບັນຫາດັ່ງກ່າວຫຼຸດຫນ້ອຍລົງຢ່າງປະຈັກຕາ.
ມື້ນີ້ແອັບມີຈິ່ງຂໍນຳເອົາບົດຂຽນຂອງທ່ານນໍ.ນິຕິ ທີ່ພິມເຜີຍໃນຫນັງສືພິມ ແລະເວັບໄຊ ຂອງຫນັງສືພິມເສດຖະກິດ ການຄ້າມານໄສະເຫນີ ກ່ຽວກັບຄວາມຮັບຜິດຊອບທາງແພ່ງ ຕໍ່ກໍລະນີຕຳຄົນຂາຫັກ ເຊິ່ງໄດ້ຂຽນໄວ້ດັ່ງນີ້:
ກໍລະນີທີ່ເປັນການກະທຳຜິດ ເຊິ່ງພາໃຫ້ມີຄົນບາດເຈັບສາຫັດ, ເຈັບຫຼາຍຄົນ ຫຼື ເສຍອົງຄະ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ຫົກເດືອນຫາສາມປີ ແລະ ຈະຖືກປັບໃໝ ແຕ່ 1 ແສນກີບ ຫາ 5 ແສນກີບ ”.
ໃນສ່ວນທີ່ກ່ຽວຂ້ອງກັບທາງແພ່ງມີບັນຫາໃດແດ່?
+ຕາມມາດຕາ 85 ຂອງກົດໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ກຳນົດກ່ຽວກັບປະເພດຂອງຄວາມເສຍຫາຍຢູ່ສາມປະເພດ ຄື: ຄວາມເສຍຫາຍທາງດ້ານຊັບສິ່ງຂອງ, ທາງດ້ານຊີວິດ ຫຼື ສຸຂະພາບ ແລະ ທາງດ້ານຈິດໃຈ.
+ມາດຕາ 91 ຂອງກົດໝາຍດຽວກັນກຳນົດວິທີການໃຊ້ແທນຄ່າເສຍຫາຍ ຄື: ການຄິດໄລ່ຄ່າເສຍຫາຍ ແລະ ຄ່າປ່ວຍການຕ້ອງໃຫ້ສອດຄ່ອງກັບຄວາມຜິດຂອງຜູ້ກໍ່ ຄວາມເສຍຫາຍ, ນອກຈາກຄ່າເສຍຫາຍແລ້ວຜູ້ກໍ່ຄວາມເສຍຫາຍ ອາດຈະຕ້ອງໄດ້ໃຊ້ແທນຄ່າປ່ວຍການນຳອີກ ເຊັ່ນ: ລາຍຮັບຂອງຜູ້ຖືກເສຍຫາຍຄວນຈະໄດ້ຮັບ.
ໃນກໍລະນີທີ່ຜູ້ອ່ານຖາມມາວ່າ ຜູ້ຕຳ ( ຜູ້ທີ່ກໍ່ຄວາມເສຍຫາຍ ) ຄວນຮັບຜິດຊອບທາງແພ່ງແນວໃດ?
ຈາກທີ່ອະທິບາຍຂ້າງເທິງນັ້ນ ອາດລວມ ມີ:
( 1 ). ຄ່າສ້ອມແປງລົດຈັກທີ່ຖືກຕຳຈົນເປ່ເພເສຍຫາຍໃຫ້ກັບຄືນສູ່ສະພາບທີ່ສາມາດໃຊ້ການໄດ້ຢ່າງປົກກະຕິ;
( 2 ). ຄ່າປິ່ນປົວຜູ້ຖືກເຄາະຮ້າຍຈົນກວ່າວ່າຜູ້ກ່ຽວຈະສາມາດກັບຄືນສູ່ສະພາບປົກກະຕິ ເຊັ່ນ: ໃນກໍລະນີຂາຫັກ ກໍ່ຕ້ອງແມ່ນຄ່າປິ່ນປົວທຸກຢ່າງຈົນກວ່າຜູ້ກ່ຽວກັບມາຍ່າງໄປ - ມາໄດ້ປົກກະຕິ;
( 3 ). ໃນກໍລະນີທີ່ຜູ້ຖືກເຄາະຮ້າຍນັ້ນຫາກຕ້ອງຂາດລາຍໄດ້ປົກກະຕິ ເນື່ອງມາຈາກການບາດເຈັບດັ່ງກ່າວ ຜູ້ກໍ່ຄວາມເສຍຫາຍກໍ່ຕ້ອງໄດ້ຮັບຜິດຊອບໃຊ້ແທນສ່ວນນີ້ ໂດຍປົກກະຕິແລ້ວຈະຄິດໄລ່ຈາກເງິນເດືອນພື້ນຖານຂອງຜູ້ກ່ຽວແບ່ງມາເປັນຈຳນວນວັນ ແລະ ຄູນໃຫ້ຈຳນວນວັນທີ່ຂາດການ ຫຼື ເສຍລາຍໄດ້.
ຖ້າຫາກບໍ່ມີເງິນເດືອນປົກກະຕິ ອາດຄິດໄລ່ມາຈາກຄ່າແຮງງານຂັ້ນຕໍ່າ ໂດຍອີງຕາມແຈ້ງການແນະນຳກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານຢູ່ ສປປ ລາວ ເລກທີ 808/ຮສສ ລົງວັນທີ 9 ກຸມພາ 2015 ເຊິ່ງແມ່ນ 9 ແສນກີບ ( ເກົ້າແສນກີບຖ້ວນ ) ຕໍ່ຄົນຕໍ່ເດືອນ ສຳລັບຜູ້ອອກແຮງງານທີ່ເຮັດວຽກບໍ່ເກີນ 26 ວັນຕໍ່ເດືອນ, ຫົກວັນຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ມື້ ໂດຍບໍ່ລວມເອົາເງິນອື່ນໆ ເຊັ່ນ: ເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງງານເຂົ້ານຳ ແລະ
( 4 ). ອາດຈະມີຄ່າປົວແປງຈິດໃຈ ເຊິ່ງໃນກໍລະນີນີ້ ຖ້າຮ້ອງຟ້ອງຫາສານ ສານອາດພິຈາລະນາໃຫ້ຕາມຄວາມເໝາະສົມຕາມຮີດຕາມຄອງທີ່ປະຕິບັດກັນບໍ່ແມ່ນຮ້ອງເທົ່າໃດກໍ່ໄດ້.
ທຸກກໍລະນີທີ່ກ່າວມາຂ້າງເທິງນັ້ນຕ້ອງມີຫຼັກຖານປະກອບການພິຈາລະນາຂອງສານ ເຊັ່ນ: ໃບຢັ້ງຢືນການຮັບເງິນເດືອນ ເພື່ອການຄິດໄລ່; ໃບຢັ້ງຢືນການປິ່ນປົວຈາກໂຮງໝໍ ຫຼື ຈາກແພດທີ່ປິ່ນປົວຜູ້ຖືກເຄາະຮ້າຍ, ໃບຮັບເງິນການສ້ອມແປງ ແລະ ອື່ນໆ. ກໍລະນີທີ່ມີການບາດເຈັບຂາຫັກຈົນພິການນັ້ນ, ຜ່ານມາເມື່ອເວລາຮ້ອງຟ້ອງຫາສານ ສ່ວນຫຼາຍຈະພິຈາລະນາໂດຍຖືເອົາການຄິດໄລ່ເບ້ຍປະກັນໄພເປັນພື້ນຖານໃນການທົດແທນຄວາມເສຍຫາຍດັ່ງກ່າວ.
ທ່ານຜູ້ອ່ານທີ່ຮັກແພງ ອຸບັດເຫດເປັນເລື່ອງທີ່ໃຜກໍ່ບໍ່ຕ້ອງການໃຫ້ເກີດຂຶ້ນ. ສະນັ້ນ, ພວກເຮົາຊ່ວຍກັນຂັບຂີ່ດ້ວຍຄວາມລະມັດລະວັງ ແລະ ໃສ່ໃຈຫ່ວງໄຍຕໍ່ຊີວິດຜູ້ອື່ນ ແລະ ຕົນເອງ ຈະເປັນການດີທີ່ສຸດ ເພາະຖ້າມີເລື່ອງເກີດຂຶ້ນມາແລ້ວການທົດແທນຄວາມເສຍຫາຍໃດໆນັ້ນ ກໍ່ບໍ່ສາມາດເຮັດໃຫ້ທຸກສິ່ງຢ່າງກັບຄືນມາສູ່ສະພາບເດີມໄດ້ ໂດຍສະເພາະທີ່ກ່ຽວຂ້ອງກັບຊີວິດ ແລະ ສຸຂະພາບ.
ທ່ານສົນໃຈແລກປ່ຽນບັນຫາທາງດ້ານກົດໝາຍຕິດຕໍ່ ໂດຍກົງກັບທ່ານນໍ.ນິຕິ ໄດ້ທາງອີເມລ norniti2017@gmail.com ໄດ້
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment