LU03

ສາວຜູ້ຮັກສາປະຕູທີມຊາດຈີນ ທັງງາມທັງເກັ່ງ ໜ້າຕາດີ-ສູງປານນາງແບບ ປະກາຍໃນບານເຕະອາຊີ 2018


   ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ( ເອຊຽນ ຄັບ ) 2018 ທີ່ປະເທດຈໍແດນ ເກີດເລື່ອງໜ້າສົນໃຈໃຫ້ກັບໜຸ່ມໆບໍ່ໜ້ອຍ ກັບຜູ້ຮັກສາປະຕູຂອງທີມຊາດ ສປ ຈີນ ຢ່າງ ນາງ ຈ້າວ ຫຼີ່ນາ ທີ່ໜ້າຕາງາມ ແລະ ຫຸ່ນປານນາງແບບສູງເຖິງ 188 ຊັງຕີແມັດແລ້ວ ເລື່ອງສີຕີນການເຕະບານຂອງລາວຍັງໂດດເດັ່ນອີກດ້ວຍ.

   ຈ້າວ ຫຼີ່ນາ ປັດຈຸບັນຫຼິ້ນໃຫ້ກັບ ສະໂມສອນ ຊຽງໄຮ້ ວິນແພັກ ແລະ ກ່ອນໜ້າລາຍການນີ້ກາຍເປັນມື 1 ໃນທີມຊາດຈີນ ຊຸດຄວ້າອັນດັບ 3 ບານເຕະຊີງແຊ້ມອາຊີ ເມື່ອເດືອນທັນວາ 2017.

   ລາວໃຫ້ສໍາພາດກັບສື່ຕ່າງປະເທດວ່າ: ຕອນຮຽນຢູ່ປະຖົມປີທີ 1 ກໍ່ສູງຂຶ້ນເລື້ອຍໆ, ເຮັດໃຫ້ຄູຝຶກບານເຕະໃຫ້ໄປເປັນຜູ້ຮັກສາປະຕູ, ເຊິ່ງພໍຫຼິ້ນແລ້ວມັນກໍ່ມ່ວນ ແລະ ຕົວເອງກໍ່ເປັນຜູ້ຮັກສາມາເລື້ອຍໆ, ດ້ວຍຮູບຮ່າງສູງ ໃນຕອນຮຽນຢູ່ມັດທະຍົມ ໄດ້ມີຂໍ້ສະເໜີໃຫ້ໄປເປັນນາງແບບ, ແຕ່ລາວບໍ່ສົນໃຈເພາະມັກການຫຼິ້ນບານເຕະຫຼາຍກວ່າ.

   ນອກຈາກນັ້ນ ຈ້າວ ຫຼີ່ນາ ບໍ່ໄດ້ມີພຽງເຕະບານເທົ່ານັ້ນ, ລາວຍັງຫຼິ້ນກອງຊຸດ, ກີຕ້າ, ແທມໂບຣີນ, ຄີບອດ ແລະ ຮາໂນນິກາ ໄດ້ອີກດ້ວຍ.

   ສໍາລັບ ຫຼີ່ນາ ເກີດເມື່ອວັນທີ 18 ກັນຍາ 1991 ທີ່ຊຽງໄຮ້ ສປ ຈີນ ເລີ່ມຫຼິ້ນໃຫ້ກັບທີມຊາດມາຕັ້ງແຕ່ປີ 2015 ຈົນເຖິງປັດຈຸບັນ ລົງຫຼິ້ນແລ້ວ 31 ນັດ, ໂດຍຜົນງານປີ 2018 ຖືວ່າໂດດເດັ່ນ ລາວສາມາດເປັນສ່ວນໜຶ່ງພາທີມຊາດຈີນ ທະລຸເຂົ້າຮອບຮອງຊະນະເລີດ ກ່ອນເສຍໃຫ້ ຍີ່ປຸ່ນ 1-3 ເຮັດໃຫ້ໄປຊີງອັນດັບ 3 ກັບ ໄທ ໃນວັນທີ 20 ເມສາ ທີ່ຜ່ານມາ, ເຊິ່ງຈະເປັນແນວໃດນັ້ນ ແອັດມິນນົກ ຂາປະຈໍາລາວອັບເດດ ຈະລາຍງານໃຫ້ຊາບພາຍຫຼັງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.