LU03

ເປີດກວ້າງ! 70 ນ້ອງຈາກ ນວ ແລະ 4 ແຂວງ ຄັດທີມຊາດຍິງລາວ ຢູ 16 ກຽມໄປແຂ່ງຂັນລາຍການທີ່ ອິນໂດເນເຊຍ


   ທ່ານ ນາງ ພອນທິບ ແສງມະນີ ຫົວຫນ້າຄູຝຶກ ໄດ້ກ່າວວ່າ : '' ພາຍຫລັງທີ່ໄດ້ຖືກ ສະຫະພັນບານເຕະແຫ່ງຊາດລາວ ແຕ່ງຕັ້ງເປັນຫົວຫນ້າຄູຝຶກ ກໍໄດ້ນຳພາບັນດາຄະນະຄູຝຶກ ຄັດເລືອກນັກກິລາມາຕັ້ງແຕ່ຕົ້ນເດືອນມີນາ ເຊິ່ງມີນັກກິລາເຂົ້າຮ່ວມຄັດເລືອກ 70 ກວ່າຄົນ ຫລັງຈາກນັ້ນໄດ້ຄັດຈ້ອນນັກກິລາຈຳນວນຫນຶ່ງທີ່ມີພື້ນຖານທັກສະການເຕະບານເຂົ້ານອນສູນເກັບຕົວຝຶກຊ້ອມໂດຍມີນັກກິລາຈາກຕ່າງແຂວງທີ່ຖືກຄັດເລືອກປະກອບມີ ແຂວງສະຫວັນນະເຂດ, ແຂວງ ໄຊສົມບູນ, ແຂວງ ຈຳປາສັກ ແລະ ແຂວງຫົວພັນ.

    ເຊິ່ງທາງ ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ປະສານງານຫາ ກະຊວງສຶກສາທິການ ແລະ ກິລາ ຂໍອະນຸມັດໃຫ້ກັບບັນດານັກກິລາພາຍໃນ ນະຄອນຫລວງ ແລະ ຕ່າງແຂວງ ໄດ້ເຂົ້າໂຮງຮຽນຢູ່ທີ່ ໂຮງຮຽນ ມສ ບໍ່ນາງົວ ເພື່ອບໍ່ໃຫ້ນັກກິລາ ປະລະໃນການຮ່ຳຮຽນ ເຊິ່ງມີລົດຮັບສົ່ງໄປໂຮງຮຽນໃນແຕ່ລະມື້ , ນັກກິລາໃນປັດຈຸບັນຍັງເຫລືອ 26 ຄົນ ຈະຕັດໃຫ້ເຫລືອ 23 ຄົນສຸດທ້າຍ ໃນວັນຈັນ 23 ເມສາ 2018 ທີ່ຈະມາເຖິງນີ້ ກ່ອນອອກເດີນທາງແຂ່ງຂັນອຸ່ນເຄື່ອງຢູ່ທີ່ ທົນບູລີ ປະເທດໄທ ໃນລະຫວ່າງວັນທີ 24-29 ເມສາ 2018.

  ສໍາລັບ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸ 16 ປີ ມີທີມເຂົ້າຮ່ວມທັງຫມົດ 9 ປະເທດ ແບ່ງອອກເປັນ 2 ກຸ່ມ ຄື:
+ ກຸ່ມ ເອ : ຟີລິບປິນ, ມຽນມາ, ຫວຽດນາມ, ມາເລເຊຍ ແລະ ສິງກະໂປ.
+ ກຸ່ມ ບີ : ໄທ, ກຳປູເຈຍ, ລາວ ແລະ ອິນໂດເນເຊຍ ( ເຈົ້າພາບ )
ຕາຕະລາງ ການແຂ່ງຂັນ ທີມຊາດລາວ

- ວັນທີ 02/05/2018 ເວລາ 15:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມ ATHLETIC JAKA BARLING 2.
- ວັນທີ 04/05/2018 ເວລາ 15:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ ATHLETIC JAKA BARLING 2.
- ວັນທີ 06/05/2018 ເວລາ 15:00 ລາວ ພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະຫນາມ ATHLETIC JAKA BARLING 2.

   ທີມຊາດຍິງລາວ ຮຸ່ນອາຍຸ 16 ປີ ຈະອອກເດີນທາງໄປທີ່ເມືອງ ປາເລມບັງ ປະເທດ ອິນໂດເນເຊຍ ໃນວັນທີ 29 ເມສາ ທີ່ຈະມາເຖິງນີ້ .





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.