ອຸບັດຕິເຫດ

ຄ່ອຍໄປຄ່ອຍມາແດ່!....ເກີດຫດລົດຈັກຕຳກັບລົດຈັກ ເຈັບ 3



ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ລາຍງານວ່າ: ໃນວັນທີ 25/08/2017 ເວລາ 08:50ໂມງໄດ້ຮັບແຈ້ງເຫດຈາກປະຊາຊົນເຂົ້າເບີສຸກເສີນ1623 ວ່າມີລົດຈັກຕຳກັບລົດຈັກ ຈຸດເກີດເຫດແມ່ນ ບ້ານ ດອນຕີ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.


ໜ່ວຍກູ້ໄພໄດ້ອອກກວດສອບເຫດ ພໍໄປຮອດຈຸດເກີດເຫດພົບເຫັນ ຜູ້ບາດເຈັບ 3ຄົນ
1.ເພດຊາຍ ອາຍຸ 30ປີ ບ້ານ ດ່ານຊ້າງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ອາການແມ່ນ ຫົວແຕກ ແລະ ມີບາດແຜຕາມຕົນໂຕ
2.ເພດຊາຍ ອາຍຸ 24ປີ ບ້ານ ພູຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ອາການແມ່ນ ແໜ້ນໜ້າເອິກ ແລະ ເຈັບທ້ອງ
3.ເພດຍິງ ອາຍຸ 20ປີ ບ້ານ ໂນນບໍ່ແກ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ອາການແມ່ນ ເຈັບຫຼັງ.


ດັ່ງນັ້ນໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວ ນຳສົ່ງໂຮໝໍ ມິດຕະພາບ 150ຕຽງ


----------------------------------------
ເຈັບປ່ວຍສຸກເສີນໂທ1623ຕະຫລອດ24ຊົ່ວໂມງ.
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.