ຄົນຈົມນ້ຳ

ມີຄົນຈົມນໍ້າ ເສຍຊີວິດ ຢູ່່ທ່າງ່ອນ



ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ລາຍງານ ໃນມື້ນີ້ວ່າ: ໄດ້ຮັບແຈ້ງ
ເຫດຈາກປະຊາຊົນເຂົ້າເບີສຸກເສີນ1623 ວ່າມີຄົນຈົມນໍ້າ ຈຸດເກີດເຫດແມ່ນ ບ້ານ ທ່າງ່ອນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

 ໜ່ວຍກູ້ໄພໄດ້ອອກກວດສອບເຫດ ພໍໄປຮອດຈຸດເກີດເຫດພົບເຫັນຄົນຈົມນໍ້າ ຄາດວ່າເສຍຊີ
ວິດໄດ້3ມື້ແລ້ວ ເປັນເພດຊາຍ ອາຍຸປະມານ 40-50ປີ.

ຕອນນີ້ທາງທີມງານເຮົາກຳລັງຖ້າເຈົ້າໜ້າທີ່ພິສູດຫຼັກຖານ ແລ້ວຈະລາຍງານຂໍ້ມູນພາຍຫຼັງ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.