ຂ່າວກິລາ

ເປຕັງລາວ ທີມຊາຍ-ຍິງ ກຽມລົງຊີງຫຼຽນຄໍາ ຕອນແລງນີ້


   ໃນວັນທີ 25 ສິງຫາ 2017 ທີ່ສະໜາມກິລາ ນິວອາລີນ່າ ເປຕັງ ເຄແອວ ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ໄດ້ມີການສືບຕໍ່ແຂ່ງຂັນກິລາເປຕັງ ປະເພດທີມຊຸດ ຊາຍ-ຍິງ (3 ຄົນ) ຮອບຄັດເລືອກ ເຊິ່ງມີ 6 ປະເທດ ສົ່ງເຂົ້າຮ່ວມແຂ່ງຂັນທັງຊາຍ ແລະ ຍິງ ຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ເຈົ້າພາບ ມາເລເຊຍ ລວມເປັນ 12 ທີມ ຍິງ 6 ທີມ ແຕ່ລະລາຍການ ແບ່ງເປັນ 2 ກຸ່ມ ແຕ່ລະກຸ່ມ ແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ຜ່ານການແຂ່ງຂັນ.

   ຜົນປາກົດວ່າ: ທັບນັກກິລາເປຕັງ ທີມຊາຍລາວ ໄລ່ເອົາຊະນະ ເຈົ້າພາບ ມາເລເຊຍ 13-7 ຄະແນນ ແລະ ຊະນະ ມຽນມາ 13-4 ຄະແນນ ໄດ້ຜ່ານເຂົ້າໄປຫຼິ້ນໃນຮອບ 4 ທີມ ພົບກັບ ນັກກິລາ ກໍາປູເຈຍ, ສ່ວນ ທີມຍິງ ເກມທຳອິດ ຊະນະ ກຳປູເຈຍ 13-11 ຄະແນນ ແລະ ຊະນະ ເຈົ້າພາບ ມາເລເຊຍ 13-1 ຄະແນນ ພົບກັບ ໄທ
   ໃນຮອບ 4 ທີມສຸດທ້າຍ ໄດ້ແຂ່ງຂັນສໍາເລັດໃນຕອຍນເຊົ້າຂອງວັນທີ 26 ສິງຫານີ້ປະກົດວ່າ: ເປຕັງທີມຊາດລາວ ສາມາດຜ່ານເຂົ້າຊິງຫຼຽນຄຳທັງສອງລາຍການ ໂດຍ ທີມດ່ຽວຍິງເອົາຊະນະ ໄທ ດ້ວຍຄະແນນ 13-5 ແລະ ທີມດ່ຽວຊາຍເອົາຊະນະ ກຳປູເຈຍ ດ້ວຍຄະແນນ 13-1.

   ເຊິ່ງຮອບຊິງຫຼຽນຄຳຈະເລີ່ມແຂ່ງຂັນໃນມືນີ້ຕອນແລງມື້ນີ້ (26 ສິງຫາ) ເວລາ 15:00 ໂມງ ຕາມເວລາທ້ອງຖິ່ນ ມາເລເຊຍ ເຊິ່ງໄວກວ່າລາວເຮົາ 1 ຊົວໂມງ ຈະລົງສະໜາມພ້ອມກັນ ໂດຍ ບ່າວລາວ ໄດ້ເຂົ້າຊີງກັບໄທ ສ່ວນສາວລາວ ຊີງກັບ ເຈົ້າພາບ ມາເລເຊຍ ເຊິ່ງແອັດມິນຂໍເປັນອີກສ່ວນໜຶ່ງໃນການເປັນສື່ກາງ ແລະ ຮຽກຮ້ອງໃຫ້ກັບ ພໍ່ແມ່ປະຊາຊົນລາວ ເອົາໃຈຊ່ວຍນັກກີລາລາວ ເພື່ອພິສິດຫຼຽນຄໍາໃຫ້ໄດ້.
ຮູບຈາກ: lao su-su





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.