2017

ສຸລິວັນ ຣັດຕະນະວົງ ສາວລາວໄດ້ທຶນຟູລໄບຣ ໄປຮຽນຕໍ່ທີ່ສະຫະລັດ


ນາງສຸລິວັນ ຣັດຕະນະວົງ ອາຍຸ 24 ປີ ເປັນສາວລາວຄົນເກ່ງ ແລະໂຊກດີທີ່ໄດ້ຮັບທຶນຟູນໄບລ ຂອງສະຫະລັດອາເມລິກາ, ສຸລິວັນແມ່ນໜຶ່ງໃນຈຳນວນ 4 ຄົນທີ່ໄດ້ຮັບຄັດເລືອກຈາກທາງການສະຫະລັດ ເພື່ອໄປສືກສາຕໍ່ຢູ່ອາເມລິກາໃນປີນີ້.
ຟູນໄບຣ ເປັນໂຄງການສະໜອງທຶນການສຶກສາແກ່ນັກສຶກສາພາຍໃນສະຫະລັດເອງ ແລະບັນດາປະເທດ ເພື່ອເພີ່ມຄວາມເຂົ້າອົກເຂົ້າໃຈ, ແລກປ່ຽນທຶນການສຶກສາ, ຄວາມຮູ້ ແລະທັກສະຕ່າງໆ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1946.



ສຸລິວັນກ່າວວ່າ: ນີ້ຖືເປັນໂອກາດທີ່ດີໃຫ້ຕົນເອງໄດ້ໄປສຶກສາຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້ໃຫ້ສູງຂຶ້ນ ທັງເປັນໂອກາດໃນການແລກປ່ຽນບົດຮຽນ, ປະສົບການລະຫວ່າງຫຼາຍເຊື້ອຊາດດ້ວຍກັນ.
ປີນີ້ຟູນໄບຣ ໄດ້ສະໜອງທຶນການສຶກສາແກ່ຄົນລາວລວມທັງໝົດ 4 ທຶນເພື່ອໄປຮຽນຕໍ່ຢູ່ສະຫະລັດມີຄື ທ້າວອາລັດ ສິນທະວີ ໄປຮຽນປະລິນຍາໂທກ່ຽວກັບດ້ານເສດຖະກິດ, ນາງສິລະພອນ ທອງບຸ່ນ ຈະໄປຮຽນປະລິນຍາໂທໃນສາຂາການທ່ອງທ່ຽວ, ນາງສຸພາພອນ ເທບນາລົງ ປະລິນຍາໂທກ່ຽວກັບເພດສຶກສາ, ສຳລັບສຸລິວັນເອງແມ່ນຮຽນປະລິນຍາໂທກ່ຽວກັບການບໍລິຫານ ເນັ້ນໜັກດ້ານການເງິນ.




ຂອບໃຈແຫຼ່ງຂ່າວຈາກໜັງສືພິມວຽງຈັນທາມ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.