ກິລາ

ເປຕັງທີມຊຸດຍິງ ປາບເຈົ້າພາບ ຄວ້າຫຼຽນຄໍາທໍາອິດໃຫ້ກັບ ທັບນັກກີລາ ໃນຊີເກມ 2017, ສ່ວນທີມຊາຍ ໄດ້ຫຼຽນເງິນ


  ໃນຮອບ 4 ທີມສຸດທ້າຍ ໄດ້ແຂ່ງຂັນສໍາເລັດໃນຕອຍນເຊົ້າຂອງວັນທີ 26 ສິງຫາ ໂດຍ ທີມຊຸດຍິງເອົາຊະນະ ໄທ ດ້ວຍຄະແນນ 13-5 ຜ່ານເຂົ້າຮອບຊີງຊະນະເລີດ.
   ເຊິ່ງຮອບຊິງຫຼຽນຄຳຈະເລີ່ມແຂ່ງຂັນໃນມືນີ້ຕອນແລງມື້ນີ້ (26 ສິງຫາ) ເວລາ 15:00 ໂມງ ຕາມເວລາທ້ອງຖິ່ນ ມາເລເຊຍ ເຊິ່ງໄວກວ່າລາວເຮົາ 1 ຊົວໂມງ ຈະລົງສະໜາມພ້ອມກັນ ໂດຍ ບ່າວລາວ ໄດ້ເຂົ້າຊີງກັບໄທ, ສ່ວນສາວລາວ ຊີງກັບ ເຈົ້າພາບ ມາເລເຊ

   ປະກົດວ່າ: ສາວລາວ ເອົາຊະນະໄປ 13-8 ຄວ້າຫຼຽນຄໍາໄປຄອງ ເຊິ່ງເປັນຫຼຽນທໍາອິດໃຫ້ ທັບນັກກີລາລາວ ໃນຊີເກມ.

   ສ່ວນທີມຊຸດຊາຍ ເສຍໃຫ້ໄທ 10-13 ຄວ້າຫຼຽນເງິນໄປຄອງ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.