ຂ່າວເຕືອນໄພ

ເຕືອນໄພເຝົ້າລະວັງພະຍຸ"ປາຂ່າ"


ຈາກຂ່າວຕ່າງປະເທດລາຍງານວ່າ ປະຈຸບັນນີ້ພະຍຸໂຊນຮ້ອນ "ປາຂ່າ" (PAKHAR) ທີ່ເຄື່ອນຕົວຢູ່ບໍລິເວນຊາຍຝັ່ງດ້ານຕາເວັນອອກຂອງປະເທດຟີລິບປິນ ແລະກຳລັງເຄື່ອນຕົວໄປທິດຕາເວັນອອກສຽງເໜືອດ້ວຍຄວາມໄວປະມານ 20 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະເຄື່ອນຜ່ານປະເທດຟີລິບປິນລົງສູ່ທະເລຈີນໃຕ້ຕອນກາງໃນມື້ນີ້ຄືວັນທີ 26 ສິງຫາ ແລະຈະເຄື່ອນຕົວໄປຍັງເກາະໄຫຫຼຳຂອງປະເທດຈີນ ແລະປະເທດຫວຽດນາມຕອນເທິງໃນລະຫວ່າງວັນທີ 27-28 ສິງຫານີ້.



ເມື່ອພະຍຸເຄື່ອນເຂົ້າໃກ້ປະເທດຫວຽດນາມຕອນເທິງຈະເຮັດໃຫ້ບັນດາແຂວງໃກ້ຄຽງຂອງປະເທດອ້ອມຂ້າງຫວຽດນາມມີຝົນຕົກເພີ່ມຂຶ້ນ ແລະຕົກໜັກຢູ່ບາງພື້ນທີ່.



ພະຍຸລູກນີ້ບໍ່ຫຼາຍກໍ່ໜ້ອຍທີ່ປະເທດເຮົາອາດໄດ້ຮັບຜົນກະທົບ ສະນັ້ນຕ້ອງເຝົ້າລະວັງເອົາໄວ້ຈະດີທີ່ສຸດ ຂະນະທີ່ີ່ປະເທດໄທຢູ່ໄກຈາກຫວຽດນາມຍັງເຕືອນກັນໃຫ້ທຸກໂຄງການຊົນລະປະທານໃນພື້ນທີ່ສ່ຽງໄພ ກຽມຄວາມພ້ອມຮັບມືກັບສະຖານະການນ້ຳຖ້ວມທີ່ອາດເກີດຂຶ້ນໂດຍສະເພາະໃຫ້ຕິດຕັ້ງເຄື່ອງຈັກເຄື່ອງມືຈັກສູບນ້ຳປະຈຳພື້ນທີ່ຕັ້ງແຕ່ຫົວທີ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.