ກິລາ

ອີກຄວາມຫວັງ! 2 ນັກສອຍຄິວທີມຊາດລາວ ແຮງຕໍ່ເນື່ອງ ຜ່ານເຂົ້າຮອບ 4 ຄົນ ມີລຸ້ນຫຼຽນຄໍາກັນເອງ


  ໂດຍ ສິດທິເດດ ສັກບຽນ ເຈົ້າຂອງຫຼຽນເງິນ ມຽນມາ ເກມ 2013 ສາມາດເອົາຊະນະ ນັກກິລາ ອິນໂດເນເຊຍ 4-0 ເກມ ແລະ ເຂົ້າຮອບ 8 ຄົນສຸດທ້າຍໄປກໍ່ເອົາຊະນ ຊານ ເກັງ ວອງ ນັກກິລາສິງກະໂປ 4-2 ເຟມ ໃນວັນທີ 26 ສິງຫາ 2017.


   ເຊັ່ນດຽວກັບອີກນັກສະນຸກເກີລາວຢ່າງ ສຸລີຍາ ມີນາລາວົງ ອີກ 1 ຄວາມຫວັງຂອງນັກກີລາສະນຸກເກີລາວ ຊະນະ ນັກກິລາຟິລິບປິນ 4-0 ເກມ ແລະ ຜ່ານເຂົ້າຮອບກໍ່ເອົາຊະນະ ເຢ ຊໍ ຮັງ ຈາກມຽນມາ 4-3 ເຟມ ຄະແນນ.


  ເຮັດໃຫ້ທັງສອງ ຜ່ານເຂົ້າຮອບ 4 ຄົນສຸດທ້າຍ ເຊິ່ງມີຫຼຽນທອງຮອງທ້ອງແລ້ວ ໂດຍ ສິດທິເດດ ຈະໄປຊີງຫຼຽນເງິນກັບ ໄພທູນ ນັກກີລາຈາກໄທ, ສ່ວນ ສຸລິຍາ ຈະໄປຊີງຫຼຽນເງິນກັບ ເຢ ຊໍ ຮຸດ ນັກກີລາຈາກມຽນມາ ໃນເວລາ 10:00 ໂມງຂອງວັນທີ 27 ສິງຫານີ້ ທັງສອງຄູ່ ແລະ ມີລຸ້ນຊີງຫຼຽນຄໍາກັນເອງ ຖ້າຫາກຊະນະໄດ້




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ







About larmkp

0 comments:

Post a Comment

Powered by Blogger.