ນາງແບບ

ມາຮູ້ຈັກ 10 ເລື່ອງຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe ລາວຄົນທຳອິດ!!



ຕ້ອງບອກວ່າເປັນໄປຕາມຄາດໝາຍຂອງຫຼາຍຕົນແທ້ໆ ແລະ ລາວອັບເດດກໍຂໍສະແດງຄວາມຍິນດຳນຳນ້ອງນຸ້ຍ ສຸພາພອນ ສົມວິຈິດ ທີ່ສາມາດຄວ້າລາງວັນຊະນະເລີດ ມິສຢູນີເວີຣສລາວ (Miss Universe Laos 2017) ຄວ້າມົງກຸດເພັດມູນຄ່າ80ລ້ານກິີບ ຈາກຮ້ານຄໍາບຸນເຕັມ ແລະລາງວັນອື່ນໆມູນຄ່າຫຼາຍກວ່າພັນລ້ານກີບ.

ມື້ນີ້ລາວອັບເດດ  ຈິ່ງຂໍອັບເດດ 10 ເລື່ອງຂອງ ນຸ້ຍ ສຸພາພອນ ສົມວິຈິດ  Miss Universe  ລາວຄົນທຳອິດ!! ທີ່ຫລາຍຄົນອາດຍັງບໍ່ຮູ້ ...

1. ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ
2. ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້   ສາຂາບໍລິການທຸລະກິດ
3. ນຸ້ຍ  ໄດ້ຮອງອັນດັບໜຶ່ງ ໃນການປະກວດນາງສາວນະຄອນຫຼວງປີ 2016


4.ປັດຈຸບັນຢູ່ບ້ານຮ່ອງຄ້າ ຈັນທະບູລີ ນະຄອນຫຼວງວຽງຈັນ
5. ນຸ້ຍເປັນລູກສາວຫລ້າ ໂດຍມີເອື້ອຍອີກ1 ຄົນ.
6.ອາຊີບທີ່ຢາກເຮັດໃນອະນາຄົດ ແມ່ນຢາກເຮັດທຸລະກິດເປັນຂອງຕົນເອງ


7.ເຄັດບໍ່ລັບສຳລັບຄວາມງາມຫນ້າຮັກແມ່ນໝັ່ນ ອອກກຳລັງກາຍ, ກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ ແລະ ດື່ມນໍ້າຫຼາຍໆ
8.ເລີ່ມຫລິ້ນກີລາເທຄວັນໂດແຕ່ອາຍຸ12-13ປີ ແລະ ປັດຈຸບັນກໍຍັງຫລິ້ນຫາກມີເວລາ
9.ເວລາຫວ່າງນຸ້ຍ ຈະມັນອອກໄປທ່ອງທ່ຽວ ເພື່ອເປີດໂລກກວ້າງ, ປະສົບການ ແລະ ເສີມສ້າງຄວາມຮູ້ໃຫ້ແກ່ຕົນ

10.ຊາຍໃນສະເປັກ
ອື…ນຸ້ຍບໍ່ມີຊາຍໃນສະເປັກຕາຍໂຕ  ຂໍພຽງເປັນຄົນໃຈດີ. ເຂົ້າໃຈໃນໃສ່ສິ່ງທີ່ນຸ້ຍເຮັດ ແລະ ນຸ້ຍເປັນກະພໍ. ທີ່ສຳຄັນ ຮັກນຸ້ຍ ແລ້ວຕ້ອງຮັກຄອບຄົວນຸ້ຍນຳ.



ນຸ້ຍ ສຸພາພອນ ສົມວິຈິດ  Miss Universe  ລາວຄົນທຳອິດ!!

 ນຸ້ຍ ສຸພາພອນ ສົມວິຈິດ  Miss Universe  ລາວຄົນທຳອິດ!!


 ນຸ້ຍ ສຸພາພອນ ສົມວິຈິດ  Miss Universe  ລາວຄົນທຳອິດ!!


ນຸ້ຍ ສຸພາພອນ ສົມວິຈິດ  Miss Universe  ລາວຄົນທຳອິດ!!


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About Laos Postcard - Noy

0 comments:

Post a Comment

Powered by Blogger.