ກິລາ

ກິດາວອນ ຄວ້າຫຼຽນເງິນທໍາອິດໃຫ້ກັບ ທັບນັກກີລາເທຄວັນໂດລາວ ໃນຊີເກມ 2017 ສ່ວນຄົນອື່ນໆລົງແຂ່ງຕໍ່ມື້ນີ້ມີລຸ້ນຫຼາຍຫຼຽນ


   ນາງ ກິດາວອນ ພິລາວົງ ນັກກິລາເທຄວັນໂດທີມຊາດລາວ ປະເພດປຸມເຊ (ຟ້ອນມວຍ) ເຈົ້າຂອງຫຼຽນທອງ ຊີເກມ 2 ປີກ່ອນ ທີ່ສີງກະໂປ ເຊິ່ງປີນີ້ພັດທະນາຂື້ນອີກຂັ້ນ ຄວ້າຫຼຽນເງິນ ໃນຊີເກມ 2017 ໃນຕອນເຊົ້າຂອງວັນທີ 26 ສິງຫາ ທີ່ຜ່ານມາ.

   ຂະນະທີ່ ນັກກິລາເທຄວັນໂດທີມຊາດລາວ ຈະລົງແຂ່ງຂັນໃນມຶ້ນີ້ (27 ສິງຫາ 2017) ມີ 4 ລຸ້ນນ້ຳໜັກ ແລະ ມີຫຼຽນຕິດມືຫຼາຍຄົນແລ້ວ ມີຄືດັ່ງນີ້
1. ທ. ສອນໄຊ ມັງເຄືອ ໃນລຸ້ນ 74 ກິໂລ ພົບກັບ ຫວຽດນາມ ໃນຮອບ ຊີງຫຼຽນທອງ (ແຂ່ງຂັນຄູ່ທີ 3)
2. ທ. ສິດທິກອນ ສໍພາບມີໄຊ ໃນລຸ້ນ ນ້ຳຫັນກ 68 ກິໂລຊາຍ ພົບກັບ ຟິລິປີນ ໃນຮອບຊີງຫຼຽນເງິນ (ແຂ່ງຂັນຄູ່ທີ 6)

3. ນ. ທິດາສະຫວັນ ສົດທະຈິດ ໃນລຸ້ນ ນ້ຳຫນັກ 62 ກິໂລ ຍິງ ພົບ ມາເລເຊຍ ໃນຮອບ ຊີງຫຼຽນ ທອງ (ແຂ່ງຂັນຄູ່ທີ 2)
4. ນ. ພິດສະໄໝ ເພັງຄຳອ່ອນ ໃນລຸ້ນ ນ້ຳໜັກ 57 ກິໂລຍິງ ຢືນຖ້າ ພົບກັບ ຄູ່ເຈົ້າພາບກັບຫວຽດນາມເຂົ້າມາແຂ່ງຂັນ (ແຂ່ງຂັນຄູ່ທີ 7)
 




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.