ກິລາ

ລຸ້ນເບິ່ງ! ສາຍແອວແຊັມ ໄຟທ໌ລະຫວ່າງ ຟລອຍ ພົບ ແມັກເກຣເກີ ມູນຄ່າ 310,000 ປອນ ຈະເປັນຂອງໃຜຮູ້ກັນມື້ນີ້


   Money Belt ຫຼື ສາຍແອວແຊັມ ສໍາລັບຜູ້ຊະນະໄຟທ໌ລະຫວ່າງ ຟລອຍ ເມເວດເທີ ຈູເນຍ ນັກມວຍສາກົນອາຊີບ ກັບ ຄອນເນີ ແມັກເກຣເກີ ນັກສູ້ແບບປະສົມ ໄດ້ມີການເປີດຕົວຢ່າງເປັນທາງການແລ້ວ ເມື່ອວັນທີ 23 ສິງຫາ ທີ່ຜ່ານມາ ເຊິ່ງມີມູນຄ່າສູງເຖິງ 310,000 ປອນ ປະດັບດ້ວຍເພັດ 3 ພັນກວ່າເມັດ.

   ພິທີເປີດຕົວສາຍແອວແຊັມ ສໍາລັບຜູ້ຊະນະລະຫວ່າງ ຟລອຍ ກັບ ແມັກເກຣເກີ ຈັດຂຶ້ນເມື່ອທ້າຍອາທິດ ທີ່ຜ່ານມາ ຕາມເວລາໃນທ້ອງຖິ່ນ ທີ່ເຄເອ ເທຍເຕີ ລາສເວກັສ ສະຫະລັດອາເມຣິກາ ກ່ອນຈະດວນກັນໃນວັນອາທິດທີ 26 ສິງຫານີ້ ຕາມເວລາທ້ອງຖິ່ນ ( ກົງກັບ 27 ສິງຫາໃນບ້ານເຮົາ ).

   ສໍາລັບ ສາຍແອວດັ່ງກ່າວ ມີຄວາມພິເສດຢູ່ທີສາຍ ເຮັດຈາກໜັງແຂ້ ປະດັບດ້ວຍເພັດ 3,360 ເມັດ, ຫິນແຊຟໄຟ 600 ເມັດ ແລະ ມໍລະກົດ 300 ເມັດ ເຊິ່ງມີນໍ້າໜັກ 1.5 ກິໂລກຣາມ ໂດຍ ເມົາຣິຊິໂອ ສຸໄລນາມ ປະທານອົງກອນມວຍໂລກ ( WBO ) ເປັນຜູ້ສັ່ງໃຫ້ຜະລິດຂຶ້ນໃນລາຄາ 310,000 ປອນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.