ຂ່າວຕ່າງປະເທດ

ເວເນຊູເອລາ ເລັ່ງຊ້ອມຮົບ ກຽມສົງຄາມ ພ້ອມກ່າວປະນາມມາດຕະການລົງໂທດໃໝ່ຂອງອາເມລິກາ



ຂ່າວຕ່າງປະເທດລາຍງານວ່າ: ເວເນຊູເອລາ ໄດ້ອອກສຽງຕຳນິຕິຕຽນບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ຄືດັ່ງ “ການຮຸກຮານທີ່ຊົ່ວຮ້າຍທີ່ສຸດ” ຕ້ານຄືນປະຊາຊົນປະເທດນີ້.

ພ້ອມທັງກ່າວປະນາມອາເມລິກາ ວ່າ ພວມເຮັດໃຫ້ວິກິດການມະນຸດສະທຳຢູ່ປະເທດນີ້ຮ້າຍແຮງຂຶ້ນກວ່າເກົ່າ.

ທ່ານ Jorge Arreaza 

ວັນທີ 25 ສິງຫາ, ພາຍຫຼັງປຶກສາຫາລືກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreaza ຖະແຫຼງວ່າ:ລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro ຈະປ້ອງກັນຕົວ, ພ້ອມທັງຢືນຢັນວ່າ ເວເນຊູເອລາ ມີພື້ນຖານປະຊາທິປະໄຕ.


        ກ່ອນໜ້ານັ້ນໃນວັນດຽວກັນ, ທຳນຽບຂາວ ໄດ້ປະກາດບັນດາມາດຕະການລົງໂທດດ້ານການເງິນທີ່ແຂງກະດ້າງແນໃສ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Nicolas Maduro, ຫ້າມບັນດາການເຄື່ອນໄຫວແລກປ່ຽນຄ້າຂາຍສຳລັບພັນທະບັດໃໝ່ຂອງອຳນາດການປົກຄອງ Caracas ກໍຄືກຸ່ມບໍລິສັດຮ່ວມທຸລະກິດ PDVSA.


ຈາກສະຖານະການທີ່ເຄັ່ງຕຶງດັ່ງກ່າວ ລັດຖະບານເວເນຊູເອລາ ກໍເລັ່ງຊ້ອມຮົບ ເພື່ອກຽມຮັບມືສົງຄາມ ຈາກອະເມລິກາ ເພາະກ່ອນຫນ້ານີ້ ທ່ານໂດນັນ ທຣຳ ປະທານາທິບໍດີອາເມລິກາກ່າວວ່າ: ວໍຊິງຕັນ ພວມຊັ່ງຊາບັນດາມາດຕະການການທະຫານແກ້ໄຂ ໃຫ້ວິກິດການຢູ່ ເວເນຊູເອລາ ໃນປະຈຸບັນ.


ຕໍ່ຄຳຖະແຫຼງດັ່ງກ່າວ ມີປະຕິກິລິຍາຢ່າງແຮງຈາກບັນດາປະເທດ ອາເມລິກາລາຕິນ.   ເປຣູ ຢືນຢັນວ່າ ຄຳນາບຂູ່ຂອງທ່ານປະທານາທິບໍດີ ອາເມລິກາ ໄປຝືນກັບບັນດາຫຼັກການຂອງ ສະຫະປະຊາຊາດ.


ຂະນະທີ່ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຕຳໜິຕິຕຽນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ວ່າ ມີການກະທຳທາງທະຫານ ເພື່ອແກ້ໄຂວິກິດການດ້ານການເມືອງຢູ່ ເວເນຊູເອລາ; ພ້ອມທັງຢືນຢັນວ່າ ພາກພື້ນ ອາເມລິກາລາຕິນ ໄດ້ຫລຸດພົ້ນອອກຈາກການແຊກແຊງຈາກພາຍນອກ ແລະ ສິ່ງນີ້ ຕ້ອງໄດ້ຮັບການຮັກສາໄວ້.


ກອງກຳລັງທະຫານເວເນຊູເອລາ ກຽມພ້ອມທຸກສະຖານະການ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.