ເກົາຫຼີເໜືອ

ສປປ.ເກົາຫຼີທຳການບຸກໂຈມຕີແບບສັນນິຖານ


(VOVWORLD) ວັນທີ 26 ສິງຫາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ: ການນຳສປປ.ເກົາຫຼີ ຄິມ ຈອງ ອຶນ  ໄດ້ຕິດຕາມການບຸກໂຈມຕີແບບສັນນິຖານໃສ່ບັນດາເກາະຂອງສ.ເກົາຫຼີ ທີ່ຢູ່ໃກ້ເຂດຊາຍແດນທາງທິດຕາເວັນຕົກ.


ໃນການບຸກໂຈມຕີແບບສັນນິຖານຢູ່ບັນດາເກາະ Baengnyeong ແລະ Yeonpyeong, ບັນດາເຮືອບິນຂອງສປປ.ເກົາຫຼີ ໄດ້ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍ, ໃນຂະນະທີ່ບັນດາຖານຍິງລູກສອນໄຟ ແລະ ປືນໃຫຍ່ອັດຕະໂນມັດໄດ້ຍິງໃສ່ເກາະຕ່າງໆ. ມີພົນທະຫານບາງຄົນຂຶ້ນກັບກຳລັງສະເພາະກິດໄດ້ໂດດຈ້ອງລົງເກາະ, ໃນຂະນະທີ່ບັນດາພົນທະຫານອື່ນໆໄດ້ບຸກເຂົ້າດ້ວຍເຮືອໂດຍບັງເອີນ.


        ບັນດາການເຄື່ອນໄຫວດັ່ງກ່າວຖືກດຳເນີນໃນສະພາບກອງທັບອາເມລິາ - ສ.ເກົາຫຼີ ພວມດຳເນີນການຊ້ອມຮົບຮ່ວມທີ່ມີຊື່ວ່າ “ຜູ້ປົກປ້ອງຄວາມເສລີ Ulchi”, ຄາດວ່າຖືກແກ່ຍາວເປັນເວລາ 10 ວັນ, ນັບແຕ່ວັນທີ 21 ສິງຫາ ຢູ່ສ.ເກົາຫຼີ.


ການຊ້ອມຮົບບຸກໂຈມຕີແບບສັນນິຖານ ຂອງ ສປປເກົາຫລີ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.