ການປ້ອງກັນ

ປ້ອງກັນໂລກໃຕກ່ອນສວາຍເກີນແກ້



ກ່ອນຈະຮູ້ຈັກໂລກໃຕຕ້ອງຮູ້ໜ້າທີ່ຂອງໄຕກ່ອນ, ໃຕແມ່ນສ່ວນໜຶ່ງຂອງລະບົບທາງເດີນປັດສະວະ ຫຼື ຍ່ຽວ ມີໜ້າທີ່ກອງເອົາຂອງເສຍນ້ຳ ແລະເກືອແຮ່ສ່ວນເກີນຈາກເລືອດທີ່ໄຫຼຜ່ານໄປສ້າງເປັນນ້ຳຍ່ຽວ ເມື່ອຜະລິດແລ້ວຈະສົ່ງໄປທາງທໍ່ໄຕ ແລະເກັບໄວ້ທີ່ພົກຍ່ຽວ ເມື່ອມີປະລິມານທີ່ຫຼາຍພໍ ເຮົາກໍຈະຮູ້ສຶກປວດຍ່ຽວ ແລະຂັບຂອງເສຍອອກມາ.



ໃຕນອກຈາກເຮັດໜ້າທີ່ກັ່ນຕອງຂອງເສຍແລ້ວຍັງຊ່ວຍກະຕຸ້ນການສ້າງເມັດເລືອດແດງ ເມື່ອໃດທີ່ໄຕເຮັດວຽກໄດ້ໜ້ອຍລົງກໍ່ຈະເກີດບັນຫາຄວາມດັນເລືອດສູງ ແລະເລືອດຈາງ.
ແມ່ນໃຜແນ່ທີ່ສ່ຽງຕໍ່ການເປັນໂລກໃຕ? ຄວາມຈິງແລ້ວໄຕເປັນໂລກຊະນິດໜຶ່ງທີ່ສາມາດເກີດຂຶ້ນກັບທຸກຄົນຂຶ້ນກັບສຸຂະພາບ, ອາຍຸ ແລະປັດໃຈສ່ຽງຕ່າງໆ ຊຶ່ງເພິ່ນຜູ້ຊ່ຽວຊານໄດ້ຈຳແນກອອກມາຄື: ຜູ້ທີ່ມີອາຍຸ 60ປີຂຶ້ນໄປ, ຜູ້ທີ່ມີປະຫວັດຄົນໃນຄອບຄົວເປັນໂລກໃຕ, ຜູ້ທີ່ມີນ້ຳໜັກຕອນເກີດໃໝ່ນ້ອຍກວ່າ 2,5 ກິໂລ, ຄົນທີ່ເປັນໂລກນີ້ວທາງທໍ່ນ້ຳຍ່ຽວ, ຄົນທີ່ເປັນໂລກເບົາຫວານ, ມີຄວາມດັນເລືອດສູງ. ໃນບັນດາປັດໃຈສ່ຽງທັງໝົດນີ້ໂລກເບົາຫວານ ແລະຄວາມດັນເລືອດສູງແມ່ນມີຄວາມສ່ຽງສູງສຸດທີ່ຈະນຳໄປສູ່ການເກີດໂລກໃຕ.





ບາງອາການທີ່ບົ່ງບອກວ່າເປັນໂລກໃຕ:
- ມີອາການບວມທັ້ງຕົວອັນເກີດມາຈາກການມີນ້ຳ ແລະເກືອໃນຮ່າງກາຍເພີ່ມຂຶ້ນ, ໃນໄລຍະທຳອິດຈະບວມພຽງສ່ວນຕາ ແລະໜ້າກ່ອນ ຕໍ່ມາຈິ່ງບວມຢູ່ຂາ ແລະຕີນທັງສອງຂ້າງ.
- ເມື່ອຍງ່າຍອ່ອນເພຍ: ຄົນທີ່ເປັນໂລກໃຕຈະຮູ້ສຶກເມື່ອຍງ່າຍຮ່າງກາຍອ່ອນເພຍ ຫາກເປັນຫຼາຍໆໃກ້ເປັນໃຕວາຍຮ່າງກາຍຈະຊີດຄັນຕາມຕົນຕົວ ແລະເບື່ອອາຫານ.
- ເຈັບຫຼັງເຈັບແອວ: ຫາກໃຕເກີດຜິດປົກກະຕິຂຶ້ນມາເຮົາຈະຮູ້ສຶກເຈັບຫຼັງ ເຈັບແອວລົງໄປຮອດທ້ອງນ້ອຍ ແລະອະໄວຍະວະເພດໄດ້ ຍ້ອນການອຸດຕັນຕອງທໍ່ໃຕ.



ໂລກໄຕແມ່ນວ່າຈະມີຄວາມສ່ຽງສູງ ແຕ່ກໍ່ສາມາດປ້ອງກັນໄດ້ໂດຍການເບິ່ງແຍງສຸຂະພາບຢ່າງຖືກວິທີດັ່ງລຸ່ມນີ້:
- ຫຼຸດຜ່ອນການກິນອາຫານເຄັມໆ ເພື່ອຄວບຄຸມຄວາມດັນເລືອດ ເນັ້ນມາກິນໝາກໄມ້ທີ່ເປັນປະໂຫຍດຕໍ່ສຸຂະພາບ
- ຫຼຸດການດື່ມເຫຼົ້າເບຍ


- ຮັກສານ້ຳໜັກໂຕເອງໃຫ້ຢູ່ໃນເກນປົກກະຕິ ດ້ວຍການອອກກຳລັງກາຍໃຫ້ສະໝ່ຳສະເໝີ ເພາະຖ້າຫາກຄວາມດັນເລືອດສູງຫຼາຍຈະເຮັດໃຫ້ໃຕເສື່ອມໄວກວ່າປົກກະຕິ.
- ຜູ້ເປັນເບົາຫວານຕ້ອງຄວບຄຸມລະດັບນ້ຳຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິ ເພື່ອປ້ອງກັນການທຳລາຍໃຕ ລວມທັງລອດເລືອດໄປລ້ຽງສະໝອງ, ຫົວໃຈ ແລະຕາອີກດ້ວຍ ພ້ອມດຽວກັນນີ້ຕ້ອງນອນພັກຜ່ອນໃຫ້ພຽງພໍບໍ່ຫຼຸດວັນລະ 6 ຊົ່ວໂມງ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.