ວັນທີ 25 ສິງຫານີ້, ສານດີກາຂອງໄທໄດ້ຕັດສິນເຈົ້າໜ້າທີ່ລັດຖະບານ,ນັກທຸລະກິດໃນໄລຍະທ່ານນາງຍິ່ງລັກຊິນນະວັດ ອະດີດນາຍົກລັດຖະມົນຕີກຳອຳນາດນັ້ນທີ່ມີສ່ວນກ່ຽວຂ້ອງກັບຄະດີຮັບຈຳນຳເຂົ້າ ເຊິ່ງນອກຈາກຈຳເລີຍສອງຄົນໂຕນໜີແລ້ວ, ຈຳເລີຍອີກ 26 ຄົນຕ່າງກໍ່ຖືກຕັດສິນລົງໂທດ, ໃນນີ້ ທ່ານບຸນສົງ ເຕຣິຍະພິລົມ ອະດີດລັດຖະມົນຕີກະຊວງການຄ້າຖືກຕັດສິນຕັດອິດສະຫຼະພາບເປັນເວລາ 42 ປີ.
ສານດີກາຂອງໄທໄດ້ອອກຖະແຫຼງການວ່າ ຫຼັງລັດຖະບານຍິ່ງລັກ ຊິນນະວັດປະຕິບັດນະໂຍບາຍຮັບຈຳນຳເຂົ້າແລ້ວໄດ້ສ້າງຕັ້ງຄະນະກຳມະການ ສະເພາະກິດເພື່ອສົ່ງເສີມການຈຳໜ່າຍເຂົ້າ ໂດຍເຊັນສັນຍາຊື້ຂາຍລະຫວ່າງລັດຖະບານກັບບໍລິສັດຕ່າງປະເທດທີ່ບໍ່ໄດ້ຮັບການມອບສິດຈາກລັດຖະບານຕ່າງປະເທດ ເພື່ອຈຳໜ່າຍເຂົ້າໃຫ້ບໍລິສັດກ່ຽວຂ້ອງດ້ວຍລາຄາຕ່ຳກວ່າລາຄາໃນຕະຫຼາດ ເຊິ່ງສ້າງຜົນເສຍຫາຍໃຫ້ແກ່ປະເທດຕົນ, ພ້ອມດຽວກັນນັ້ນຍັງໄດ້ຂາຍເຂົ້າດ້ວຍລາຄາຕ່ຳໃຫ້ນັກທຸລະກິດໄທເພື່ອກິນກຳໄລ ໂດຍເຈົ້າໜ້າທີ່ລັດຖະບານ,ນັກທຸລະກິດຫຼາຍຄົນໄດ້ມີສ່ວນກ່ຽວຂ້ອງໃນເລື່ອງດັ່ງກ່າວ.
ຕາມແຜນການ,ສານດີກາໄທຈະຕັດສິນຄະດີຮັບຈຳນຳເຂົ້າຂອງທ່ານນາງຍິ່ງລັກໃນວັນທີ 25 ສິງຫານີ້ ແຕ່ເນື່ອງຈາກນາງຍິ່ງລັກບໍ່ໄດ້ອອກສານຈິ່ງຈຳຕ້ອງເລື່ອນເວລາໄປຕັດສິນໃນວັນທີ 27 ກັນຍາໜ້ານີ້ ຂະນະທີ່ສານດີກາຍັງໄດ້ອອກຄຳສັ່ງໝາຍຈັບນາງຍິ່ງລັກ. ມີສື່ມວນຊົນລາຍງານວ່າ: ຍິ່ງລັກໄດ້ໂຕນໜີອອກຈາກປະເທດໄທແລ້ວ. ແຕ່ວ່າ ຂ່າວນີ້ຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ.
ແຫລ່ງຂ່າວຈາກຊີອາໄອ
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment