ຂ່າວຕ່າງປະເທດ

ການ​ຍິງ​ປະ​ທະ​ກັນຫຼັງ​ເກີດ​ເຫດ​ກໍ່​ການ​ຮ້າຍ​ຢູ່​ລັດ​ຍະ​ໄຂ່​ມຽນ​ມາ​ ເຮັດ​ໃຫ້ 71 ຄົນ​ເສຍ​ຊີ​ວິດ


(ຕາມຂ່າວຊີອາໄອ) ລາຍງານວ່າ: ລັດ​ຖະ​ບານ​ແລະ​ກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ໄດ້​ເປີດ​ເຜີຍ​ສະ​ພາບຫຼ້າ​ສຸດ​ຂອງ​ເຫດ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ກາ​ນ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ຍະ​ໄຂ່​ໃນ​ຕອນ​ບ່າຍ​ວັນ​ທີ 25 ສິງ​ຫາ​ນີ້​ວ່າ: ເຫດ​ການຫຼອນ​ໂຈມ​ຕີ​ພ້ອມ​ການ​ຍິງ​ປະ​ທະ​ກັນ​ລະ​ຫວ່າງ​ທະ​ຫານ​ຕຳຫຼວດ​ກັບ​ຜູ້​ກໍ່​ກາ​ນ​ຮ້າຍ​ທີ່​ເກີດ​ຂຶ້ນ​ຕໍ່​ມາ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 71 ຄົນ.

ກະ​ຊວງ​ສຳ​ນັກ​ທີ່​ປຶກ​ສາ​ແຫ່ງ​ລັດມຽນ​ມາ​ໄດ້​ປະ​ກາດ​ໃນ​ວັນ​ທີ 25 ສິງ​ຫາ​ນີ້​ວ່າ: ຕອນ​ຮຸ່ງ​ເຊົ້າ​ວັນ​ດັ່ງ​ກ່າວ​, ສະ​ຖາ​ນີ​ຕຳຫຼວດ,ປ້ອມ​ຍາມ​ຫຼາຍ​ແຫ່ງ​ຂອງ​ເມືອງມອງ​ດໍ​ແລະ​ແຫ່ງ​ອື່ນໆ​ຂອງ​ລັດ​ຍະ​ໄຂ່​ຖືກ​ກຸ່ມ​ກໍ່​ການ​ຮ້າຍຫຼອນ​ໂຈມ​ຕີ.ໃນ​ນີ້, ຢູ່​ເມືອງມອງ​ດໍ​ແລະ​ເມືອງ​ອື່ນໆ​ມີ​ປ້ອມ​ຕຳຫຼວດ 30 ແຫ່ງ​ຖື​ກຫຼອນ​ໂຈມ​ຕີ ສົ່ງ​ຜົນ​ເຮັດ​ໃຫ້ ຕຳຫຼວດ 10 ຄົນ, ທະ​ຫານ 1 ຄົນ​ແລະ​ພະ​ນັກ​ງານ​​ກົມ​ກວດ​ກາຄົນ​ເຂົ້າ​ເມືອງ 1 ຄົນ​ເສຍ​ຊີ​ວິດ, ນອກ​ນີ້, ມີ​ທະ​ຫານ​ຕຳຫຼວດ​ອີກ 11 ຄົນ​ໄດ້​ຮັບ​ບາດ​ເຈັບ, ໃນ​ນີ້ 3 ຄົນ​ບາດ​ເຈັບ​ສາ​ຫັດ ຂະ​ນະ​ທີ່​ຜູ້​ກໍ່​ການ​ຮ້າຍ 59 ຄົນ​ຖືກ​ຍິງ​ສັງ​ຫານ, 1 ຄົນ​ຖືກ​ຈັບຕົວ.

ກອງ​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ປະ​ກາດໃນ​ທີ 25 ສິງ​ຫາ​ນີ້​ວ່າ ມາ​ຮອດ​ເວ​ລາ 12 ໂມງ​ຂອງວັນ​ດັ່ງ​ກ່າວ, ກອງ​ທັບ​ປ້ອງ​ກັນ​ຊາດ​ແລະເຈົ້າ​ໜ້າ​ທີ່​ຕຳຫຼວດ​ຍັງ​ສືບ​ຕໍ່​ຍິງ​ຕໍ່​ສູ້​ກັບ​ກຸ່ມ​ກໍ່​ກາ​ນ​ຮ້າຍ​ຢູ່​ລັດ​ຍະ​ໄຂ່​.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.