ກິລາ

ຕາມຄາດ! ສິດທິເດດ ປາບຄູ່ແຂ່ງສະບາຍ 4-0 ເຟມເຂົ້າຊີງຫຼຽນຄໍາ ສະນຸກເກີ ຊີເກມ 2017


  ກ່ອນໜ້ານີ້ ສິດທິເດດ ສັກບຽນ ເຈົ້າຂອງຫຼຽນເງິນ ມຽນມາ ເກມ 2013 ສາມາດເອົາຊະນະ ນັກກິລາ ອິນໂດເນເຊຍ 4-0 ເກມ ແລະ ເຂົ້າຮອບ 8 ຄົນສຸດທ້າຍໄປກໍ່ເອົາຊະນ ຊານ ເກັງ ວອງ ນັກກິລາສິງກະໂປ 4-2 ເຟມ ແລະ ຜ່ານເຂົ້າຮອບຮອງຮອບຊະນະເລີດ ກໍ່ເອົາຊະນະ ເຢ ຊໍ ຮັງ ຈາກມຽນມາ 4-3 ເຟມ ຄະແນນ.

   ຫຼ້າສຸດໃນຕອນເຊົ້າຂອງວັນທີ 27 ສິງຫານີ້ ລົງແຂ່ງຂັນຮອບຮອງຊະນະເລີດ ( ຊີງຫຼຽນເງິນ ) ພົບກັບ ນັກກີລາຈາກມຽນມາ ກໍ່ສາມາດເອົາຊະນະໄປຂາດລອຍ 4-0 ເຟມ ໂດຍຈະໄປຊີງຊະນະເລີດກັບ ໄພທູນ ນັກກີລາຈາກໄທ ໃນມື້ນີ້ວັນທີ 27 ສິງຫານີ້ ເວລາ 18:00 ໂມງ ເຊິ່ງຜົນແຂ່ງຂັນຈະລາຍງານໃຫ້ຊາບພາຍຫຼັງ.

   ສ່ວນ ສຸລິຍາ ມີນາລາວົງ ເສຍໃຫ້ກັບ ນັກກີລາຈາກໄທ ໃນຮອບຊີງຫຼຽນເງິນ ອົດເຂົ້າຊີງ ແຕ່ກໍ່ໄດ້ພຽງຫຼຽນທອງ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.