ກິລາ

ສົມລາຄາເຈົ້າພໍມວຍສາກົນ! ຟລອຍ ເດີນໜ້າບຸກ ກ່ອນນ໊ອກ ແມັກເກຣເກີ ຍົກ 10 ເພີ່ມສະຖິຕິຊະນະສູງສຸດ


   ຟລອຍ ເມເວດເທີ ຈູເນຍ ນັກມວຍຊາວອາເມຣິກາ ອາໄສປະສົບການ ແລະ ໄລຍະການເຄື່ອນໄຫວຂອງ ຄໍເນີ ແມັກເກຣເກີ ນັກມວຍຈາກໄອຣ໌ແລນ ທີ່ໝົດແຮງ ເດີນໜ້າອອກໝັດ ກ່ອນເອົາຊະນະນ໊ອກ ຍົກທີ 10 ຄວ້າສາຍແອວແຊັມມູນຄ່າ 3 ແສນກວ່າປອນ ໄປຄອງ.
   ການແຂ່ງຂັນມວຍຍຸດໂລກ ທີ່ສະໜາມທີໂທໂບ ອາຣີນາ ໃນລາສ ເວກັສ ສະຫະລັດອາເມຣິກາ ຊີງສາຍແອວແຊັມ ມູນຄ່າ 3 ແສນປອນ ລະຫວ່າງ ຟລອຍ ເມເວດເທີ ຈູເນຍ ນັກມວຍສາກົນຊາວອາເມຣິກາ ພົບກັບ ຄໍເນີ ແມັກເກຣເກີ ນັກສູ້ປະສົມປະສານແຫ່ງວົງການ ອັລຕິເມດ ໄຟຕິງ ພາຍໃຕ້ກະຕິກາມວຍສາກົນ.

   ປະກົດວ່າ: ສຽງລະຄັງດັງຂຶ້ນ ຟລອຍ ອະດີດແຊັມໂລກ 5 ລຸ້ນນໍ້າໜັກ ເຊິ່ງເສຍປາບໄລຍະຊົກ ແຕ່ພະຍາຍາມເດີນເຂົ້າຫາຍົກກາດສູງ ແລະ ຫຼົບຫຼີກ ໂດຍມີຈັງຫວະອອກໝັດຂວາໃສ່ບາງຄັ້ງ ແຕ່ຍັງບໍ່ໜັກໜ່ວງພໍ, ສ່ວນ ແມັກເກຣເກີ ອອກໝັດຂວາເນັ້ນຕັດລໍາຕົວຕະຫຼອດ 5 ຍົກທໍາອິດ.

   ເຂົ້າສູ່ຍົກທີ 6 ຮູບມວຍຂອງ ຟລອຍ ເລີ່ມເໜືອກວ່າ ຈົນກະທັງໄລຍະຕົ້ນຍົກທີ 10 ໄດ້ຈັງຫວະປ່ອຍໝັດຊ້າຍໃສ່ໜ້າຂອງ ແມັກເກຣເກີ ຈົນອອກອາການມືນ ເຖິງກັບຫຼັງອີງເຊຶອກ ແລ້ວຕາມຊໍ້າດ້ວຍໝັດຂວາໃສ່ໜ້າເຕັມໆ ເຮັດໃຫ້ ແມັກເກຣເກີ ຍ່າງໂຊເຊ ຈົນກໍາມະການຕ້ອງຍຸດຕິກການແຂ່ງຂັນ.

   ຈາກຜົນດັ່ງກ່າວ ເຮັດໃຫ້ ຟລອຍ ນັກມວຍອາຍຸ 40 ປີຮັກສາສະຖິຕິບໍ່ເສຍຈັກໄຟທ໌ຕະຫຼອດຊົກອາຊີບ ເປັນ 50 ໄຟທ໌ ທໍາລາຍສະຖິຕິຂອງ ຣ໊ອກກີ ມາເຊຍໂນ ຕໍານານນັກມວຍລຸ້ນ ເຮຟວີເວດ ຊາວອາເມຣິກາ ທີ່ເຮັດໄວ້ 49 ໄຟທ໌ ( ນ໊ອກ 43 ຄັ້ງ ), ສ່ວນ ແມັກເກຣເກີ ເສຍເປັນໄຟທ໌ທໍາອິດ ໃນເວທີມວຍອາຊີບ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.