ຂ່າວອຸທະຫອນ

ສຳພັນແຕກຫັກ ຫາກລູກໜີ້ບໍຮູ້ຈັກແທນຄຸນ




ເງິນມັກເຮັດໃຫ້ສຳພັນລະຫວ່າງຄົນທີ່ຮູ້ຈັກຮັກແພງແຕກຫັກກັນມານັບບໍ່ຖ້ວນ ຍ້ອນຕອນຢືມກັບຕອນຄືນບໍ່ງ່າຍຄືກັນ ຈິ່ງມັກມີຄຳເວົ້າບອກຕໍ່ກັນມາວ່າຄົນຮັກແພງຢ່າໃຫ້ຢືມເງິນ.

ເປັນຄົນຮູ້ຈັກຮັກແພງຈະຮູ້ສຶກອືດອັັດເມື່ອອີກຝ່າຍຂໍຢືມເງິນບາດລະຫຼາຍລ້ານ ຖ້າບໍ່ໃຫ້ກໍ່ເຮັດເປັັນບໍ່ພໍໃຈຕິໝູ່ຂີ້ຖີ່້ ແຕ່ມີຫຼາຍກໍລະນີໃຫ້ຢືມໄປເປັນກ້ອນກັບມາເທື່ອລະໜ້ອຍເຮັດໃຫ້ເງິນກ້ອນນັ້ນບໍ່ສາມາດເອົາໄປໝູນເຮັດແນວອື່ນໄດ້ອີກ ຫຼື ດີບໍ່ໄດີ ຍັງຖ້າໃຫ້ໝູ່ໄປຖາມ ຖາມແລ້ວແທນທີ່ຈະຮີບຮ້ອນຫາເງິນມາຄືນເຂົາກົງກັນຂ້າມກັບສະແດງທ່າທາງບໍ່ພໍໃຈ ຄ້າຍກັບວ່າຜູ້ເຈົ້າຂອງເງິນມີຄວາມຜິດທີ່ມາຖາມເອົາເງິນນຳ ຖ້າລູກໜີ້ຄົນໃດເປັນແບບນີ້ເຂົາເອີ້ນວ່າເປັນຄົນເນລະຄຸນບໍ່ຮູ້ສຳນຶກຕອນທີ່ຕົນເອງຫັນໜ້າຫາທາງໃດບໍ່ມີແລ້ວມີແຕ່ຄົນດຽວນີ້ທີ່ມີນ້ຳໃຈໃຫ້ເຈົ້າໄດ້ຢືມ.

ບົດສົນທະນາຂ້າງລຸ່ມນີ້ເປັນກໍລະນີຕົວຢ່າງທີ່ບໍ່ດີ ຊຶ່ງສາມາດນຳມາເປັນບົດຮຽນຢ່າງແກ່ຜູ້ທີ່ມັກຢືມເງິນຄົນອື່ນ ແລະຄົນທີ່ມີນ້ຳໃຈໃຫ້ໝູ່ຢືມເງິນ.



ຄົນທີ່ເປັນເຈົ້າໜີ້ ຖ້າບໍ່ແມ່ນທະນາຄານ ແຕ່ເປັນຄົນຮູ້ຈັກທຳມະດາ 100 ທັ້ງ100 ກ່ອນຈະເອີ່ຍປາກທວງໜີ້ນຳຄົນທີ່ມາຂໍກໍ່ຄິດຍາກຫຼາຍຫຼົບຫຼາຍຕ່າວ ແຕ່ເມື່ອວັນເວລາເລີຍໄປລູກໜີ້ຍັງເຮັດເສີຍກໍ່ຈຳເປັນທວງຖາມ ເມື່ອມີຄວາມຕ້ອງການໃຊ້ເງິນ.


ຄົນທີ່ມັກຢືມເງິນຄົນອື່ນ ດີແທ້ຄວນໃຫ້ແນ່ໃຈກ່ອນວ່າຫຼັງຈາກຢືມແລ້ວມີເງິນແຫຼ່ງອື່ນກຳລັງມາ ມີຄວາມສາມາດພໍທີ່ຈະແທນເຂົາ. ຖ້າຢືມໄປໂດຍບໍ່ມີກ້ອນເງິນສຳຮອງທີ່ຈະເອົາມາແທນຄົນອື່ນກໍ່ຢ່າຢືມດີກວ່າ ເພາະທຸກຄົນມີຄວາມຈຳເປັນບໍ່ແມ່ນເຂົາໃຫ້ຢືມສະແດງວ່າເງິນຜູ້ນັ້ນຫຼາຍ ແລ້ວຕົນຈະເຮັດເສີຍເມີຍ.



ກໍລະນີເປັນໝູ່ຄູ່ໃນຍຸກນີ້ເພິ່ນວ່າຖ້າຢາກຊ່ວຍໝູ່ກໍ່ຈົ່ງຊ່ວຍເຂົາດ້ວຍນ້ຳໃສໃຈຈິງມີສ່ຳໃດໃຫ້ສ່ຳນັ້ນຫາກໝູ່ບໍ່ມີເງິນຄືນກໍ່ສະຫຼະສິດໄປ ຖືເປັນການຊ່ວຍເຫຼືອກັນຍາມລຳບາກ, ແຕ່ເພື່ອຄວາມໝັ້ນໃຈຫຼາຍຄົນກໍ່ເຮັດສັນຍາກູ້ຢືມ ແລະກຳນົດເວລາສົ່ງຄືນ ເພື່ອປ້ອງກັນໄວ້ຫາກອີກຝ່າຍບໍ່ປະຕິບັດສັນຍາໃນເບື້ອງຕົ້ນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.