ກິລາ

ໂອອີ່ຫຍັງກໍ່ເກີດຂຶ້ນໄດ້! ຜູ້ຮັກສາປະຕູເຈົ້າພາບ ຊົກບານເຂົ້າປະຕູຕົວເອງ ສົ່ງຜົນໃຫ້ ໄທ ຄວ້າຫຼຽນຄໍາບານເຕະຊາຍ ຊີເກມ


   ການແຂ່ງຂັນບານເຕະຊາຍຊີເກມ 2017 ເກີດເລື່ອງທີ່ບໍ່ໜ້າເລີຍ ເມື່ອ ເຈົ້າພາບ ມາເລເຊຍ ຕ້ອງອົກຮັກຄາຖິ່ນ ເມື່ອຜູ້ຮັກສາປະຕູຂອງພວກເຂົາ ເຮັດເຂົ້າປະຕູຕົວເອງ ສົ່ງຜົນໃຫ້ເສຍຕໍ່ ທີມຊາດໄທ 0-1 ສົ່ງຜົນໃຫ້ຄູ່ແຂ່ງ ຄວ້າຫຼຽນຄຳໃນການແຂ່ງຂັນບານເຕະຊາຍ ປະຈໍາງານມະຫະກໍາກີລາຊີເກມ 2017 ເມື່ອວັນທີ 29 ສິງຫາ 2017 ເຊິ່ງເປັນແຊັມສະໄໝທີ 16.


   ນັດດັ່ງກ່າວ ຜູ້ຊົມເຂົ້າມາຊົມເຕັມຄວາມບັນຈຸ 80 ພັນກວ່າຄົນ ເຊິ່ງການແຂ່ງຂັນດໍາເນີນມາເຖິງໄລຍະທ້າຍຂອງການແຂ່ງຂັນເຄິ່ງເວລາທໍາອິດ ແຕ່ນາທີໆ 40 ເກີດເຫດການບໍ່ຄາດຄິດຂຶ້ນ ເມື່ອ ໄທ ຂຶ້ນນໍາແບບໂຊກຊ່ວຍ ຈາກຈັງຫວະເຕະມູນເຂົ້າກາງເຂດໂທດ ເຮັດໃຫ້ ຜູ້ຮັກສາປະຕູມາເລເຊຍ ອອກມາຊົກບານຜິດຫລ່ຽມເຂົ້າປະຕູຕົວເອງໄປ ກ່ອນຈົບເຄິ່ງເວລາທໍາອິດ ໄທ ຂຶ້ນນໍາ 1-0.


   ສ່ວນເຄິ່ງເວລາທີ 2 ທັງສອງທີມກໍ່ມີໂອກາດ ແຕ່ເຮັດຫຍັງກັນບໍ່ໄດ້ ຈົບການແຂ່ງຂັນ ທີມຊາດໄທ ເອົາຊະນະໄປ 1-0 ຄວ້າຫຼຽນຄໍາໄປຄອງ ພ້ອມທັງສ້າງສະຖິຕິຄວ້າແຊັມບານເຕະຊາຍ ຊີເກມ 3 ສະໄໝຊ້ອນ ແລະ ເປັນສະໄໝທີ 16 ອີກດ້ວຍ.
 
ສ່ວນຫຼຽນທອງ ເປັນຂອງ ອິນໂດເນເຊຍ ທີ່ເອົາຊະນະ ມຽນມາ 3-1.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About larmkp

0 comments:

Post a Comment

Powered by Blogger.