ປິດໂຮງງານ

ບໍ່ແກ້ວ ຮື້ຖອນໂຮງງານປຸງແຕ່ງໄມ້ ບໍ່ມີໃບອະນຸຍາດ


ຂປລ. ​ເມື່ອມໍ່ໆມານີ້, ໜ່ວຍສະເພາະກິດແຂວງບໍ່ແກ້ວ ປະກອມດ້ວຍພະແນກອຸສາຫະກໍາ ແລະ ການຄ້າ, ເຈົ້າໜ້າທີ່ທະຫານ, ຕະຫລວດ, ຄະນະກວດກາພັກ-ລັດ, ອົງການໄອຍະການປະຊາຊົນ ແລະ ເຈົ້າໜ້າທີ່ປ່າໄມ້ ເຄື່ອນໄຫວ ຢຶດອຸປະກອນ ແລະ ຮື້ຖອນໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນິເຈີເລື່ອນລອຍ ທີ່ບໍ່ມີເອກະສານອານຸຍາດ ດຳເນີນທຸລະກິດ ຢູ່ໃນແຂວງບໍ່ແກ້ວ.

ຜ່ານການເຄືອນໄຫວຕົວຈິງ ສາມາດຢຸບເລີກ ແລະ ຮື້ຖອນໄດ້ 15 ຫົວໜ່ວຍ, ຢຶດອຸປະກອນ ເຄື່ອງຈັກ 11 ໜ່ວຍ, ແກນເຄືອງຈັກ 10 ອັນ, ໃບເລື່ອຍວົງເດືອນ 8 ໃບ, ໃບເລື່ອຍຊອຍໄມ້ໃຫຍ່ 1 ໃບ ແລະ ອຸປະກອນ ເຮັດເຟີນິເຈີໄມ້ແປຮູບຈຳນວນໜຶ່ງ
ເຊິ່ງອຸປະກອນທີ່ຢຶດໄດ້ໃນຄັ້ງນີ້ ແມ່ນຈະເອົາໄວ້ເປັນຂອງກາງ, ພ້ອມທັງເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນແລະ ຫ້າມບໍ່ໃຫ້ເຄື່ອນໄຫວ ວຽກງານດັ່ງກ່າວ ຢ່າງເດັດຂາດ, ຖ້າຫາກບຸກຄົນໃດ ເຄື່ອນໄຫວຈະໄດ້ປະຕິບັດ ຕາມກົດລະບຽບກົດ ໝາຍທີໄດ້ວ່າງໄວ້.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.