ຂ່າວຕ່າງປະເທດ

ຈີນ ແລະ ລັດເຊຍ ກ່າວປະນາມບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ຕໍ່ ເວເນຊູເອລາ



(VOVWORLD) -ວັນທີ 28 ສິງຫາ, ຈີນ ແລະ ລັດເຊຍຕຳນິຕິຕຽນບັນດາມາດຕະການລົງໂທດໃໝ່ຂອງ
ອາເມລິກາ ຕໍ່ ເວເນຊູເອລາ ເຊິ່ງຖືເປັນການກະທຳເຮັດໃຫ້ເພີ່ມຄວາມເຄັ່ງຕຶງຫາກບໍ່ຊ່ວຍແກ້ໄຂ
ບັນຫາໄດ້.


ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ທ່ານ​ນາງ ຫົວ ຊຸນ​ອິງ  ເນັ້ນໜັກວ່າ ປັກກິງ ຢືດໝັ້ນຫຼັກໝັ້ນເຄົາລົບອະທິປະໄຕ ແລະ ເອກະລາດຂອງບັນດາປະເທດອື່ນ ແລະ ບໍ່ແຊກແຊງເຂົ້າບັນຫາພາຍໃນຂອງເຂົາເຈົ້າ. ເຈົ້າໜ້າທີ່ຈີນ ຢືນຢັນວ່າບັນຫາໃນປະຈຸບັນຂອງ ເວເນຊູເອລາ ແມ່ນລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ແກ້ໄຂເອງ.

ໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ໃຫ້ຂໍ້ສັງເກດວ່າ ບັນດາມາດຕະການລົງໂທດໃໝ່ແນໃສ່ຂົງເຂດນ້ຳມັນ ແລະ ການເງິນຂອງ ເວເນຊູເອລາ ນັ້ນ ໄດ້ເຮັດໃຫ້ສະພາບຮ້າຍແຮງກວ່າເກົ່າ ກໍຄືສະພາບເສດຖະກິດຂອງປະເທດນີ້ຂາດ
ຄວາມສົມສ່ວນກັນ.

ກະຊວງການຕ່າງປະເທດລັດເຊຍ ຢືນຢັນວ່າການລົງໂທດພຽງແຕ່ເຮັດໃຫ້ສະພາບເກີດຄວາມເຄັ່ງ
ຕຶງເທົ່ານັ້ນຫາກບໍ່ຊ່ວຍແກ້ໄຂບັນຫາໄດ້.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.