ກໍ່ສ້າງ

ລັດຖະມົນຕີກະຊວງ ຍທຂ ລົງຊີ້ນຳວຽກງານກໍ່ສ້າງທາງລົດໄຟ ທີ່ຫຼວງພະບາງ


ໃນຕອນບ່າຍຂອງ ວັນທີ 28 ສິງຫາ ຜ່ານມາ ທ່ານ ປອ ບຸນຈັນ ສີນທະວົງ ລັດຖະມົນຕີກະຊວງໂຍທາ
ທິການ ແລະ ຂົນສົ່ງ  ພ້ອມດ້ວຍຄະນະກໍາມະການຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງລົດໄຟຂັ້ນ
ແຂວງ, ເມືອງ ໄດ້ລົງພື້ນທີ່ເບິ່ງການກໍ່ສ້າງອຸໂມງຢູ່ເຂດບ້ານພອນໄຊ ແລະ ມາຕອນເຊົ້າຂອງ ວັນທີ 29 ສິງຫາ  ພະແນກໂຍທາທິການ ແລະຂົນສົ່ງແຂວງຫຼວງພະບາງໄດ້ຈັດກອງປະຊຸມປຶກສາຫາລືວຽກ
ງານໄກ່ເກ່ຍ ຈັດສັນພື້ນທີ່ຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໂດຍການເປັນ
ປະທານຂອງທ່ານລັດຖະມົນຕີກະຊວງ ຍທຂ , ມີຄະນະກຳມະການຊີ້ນຳຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


 
ທ່ານ ຟ້າສະນັ່ນ ທຳມະວົງ ຫົວໜ້າພະແນກໂຍທທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໄດ້ລາຍງານ
ກ່ຽວກັບຜົນກະທົບດ້ານພື້ນຖານໂຄງລ່າງຂອງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຮູ້ວ່າ: ສໍາລັບແລວ
ທາງເສັ້ນທາງລົດໄຟຜ່ານແຂວງຫຼວງພະບາງມີຄວາມຍາວ 80 ກິໂລແມັດ ຜ່ານ 3 ເມືອງ ແລະ 29 ບ້ານ ຄື: ເມືອງຈອມເພັດ ຍາວປະມານ 19 ກິໂລແມັດ ຜ່ານ 7 ບ້ານ ມີສະຖານີ 2 ແຫ່ງ  ຂົວ 8 ແຫ່ງ ແລະ ອຸໂມງ 6 ແຫ່ງ.

 ເມືອງຫຼວງພະບາງ ຍາວປະມານ 11 ກິໂລແມັດ ຜ່ານ 8 ບ້ານ ມີສະຖານີ 1 ແຫ່ງ ຂົວ 6 ແຫ່ງ ແລະ ອຸໂມງ 2 ແຫ່ງ ແລະ ເມືອງຊຽງເງິນ ຍາວປະມານ 50 ກິໂລແມັດ ຜ່ານ 14 ບ້ານ ມີສະຖານີ 3 ແຫ່ງ, ຂົວ 16 ແຫ່ງ ແລະ ອຸໂມງ 14 ແຫ່ງ. ລວມແລ້ວພາຍໃນແຂວງ ມີສະຖານີທັງໝົດ 6 ແຫ່ງ, ໃນນີ້ ມີສະຖານີໃຫຍ່ 1 ແຫ່ງ ຢູ່ເມືອງຫຼວງພະບາງ, ມີຂົວທັງໝົດ 30 ແຫ່ງ, ໃນນີ້: ມີຂົວຂ້າມນໍ້າຂອງ 2 ແຫ່ງ ແລະ ຂົວຂ້າມນໍ້າຄານ 3 ແຫ່ງ; ມີອຸໂມງທັງໝົດ 22 ແຫ່ງ, ອັດຕາສ່ວນຂົວ ແລະ ອຸໂມງ ເທົ່າກັບ 78.93% ຂອງໄລຍະທາງທັງໝົດ.

 

ປະຈຸບັນຄະນະກຳມະການຂັ້ນແຂວງ ໄດ້ລົງສຶກສາອົບຮົມໃຫ້ປະຊາຊົນທີ່ຖືກຜົນກະທົບ ຮັບຮູ້ເຖິງ
ແນວທາງການພັດທະນາຂອງລັດຖະບານ ພ້ອມທັງເກັບກຳຂໍ້ມູນຜົນກະທົບຕົວຈິງ ເພື່ອສັງລວມຂໍ້ມູນ ແລະ ຄິດໄລ່ຫົວໜ່ວຍຊົດເຊີຍຕົວຈິງໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.


ເພື່ອເຮັດໃຫ້ການຊົດເຊີຍຜົນກະທົບ ຖືກຕາມທິດຊີ້ນຳຂອງລັດຖະບານ ທ່ານ ປອ ບຸນຈັນ ສີນທະວົງ ຍັງໄດ້ເນັ້ນໜັກໃຫ້ຄະຊີ້ນຳຂັ້ນແຂວງ, ຂັ້ນເມືອງຈົ່ງຮີບຮ້ອນໃນການປະສານສົມທົບກັບພາກ
ສ່ວນທີ່ກ່ຽວຂ້ອງ ເພື່ອລົງເກັບກຳຂໍ້ມູນໃຫ້ສຳເລັດພ້ອມທັງປັບປຸງລະບົບການຄິດໄລ່ຫົວໜ່ວຍຊົດ
ເຊີຍໃຫ້ລະອຽດ ຮັບປະກັນຄວາມສອດຄ່ອງກັບສະພາບຄວາມເປັນຈີງ ແນໃສ່ເຮັດໃຫ້ຊີວິດການເປັນ
ຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບດີຂື້ນກ່ວາເກົ່າ ທັງອຳນວຍຄວາມສະດວກໃຫ້ແກ່ ໂຄງການກໍ່ສ້າງ
ໄດ້ລົງມືປະຕິບັດຕາມແຜນການ.

 
 
ມາຮອດປັດຈຸບັນ ຄະນະກຳມະການຂອງແຂວງຫຼວງພະບາງ ສາມາດເກັບກຳໄດ້ໃນໄລຍະລວງຍາວ 49 ກິໂລແມັດ ເທົ່າກັບ 61.25% ຂອງລວງຍາວທັງໝົດ 80 ກິໂລແມັດ. ນອກຈາກນີ້, ຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບໍລິສັດຮັບເໝົາ ແກ້ໄຂຄໍາສະເໜີຂອງປະຊາຊົນ ແລະ ແກ້ໄຂຜົນກະທົບຈໍານວນໜື່ງທີ່ເປັນບ່ອນກໍ່ສ້າງທີ່ຮີບດ່ວນຂອງປະຊາຊົນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.