ຂ່າວການເມືອງ

ລັດຖະມົນຕີກະຊວງການຕ່າງປະເທດຢ້ຽມຢາມ ສ.ເກົາຫຼີ ເທື່ອທຳອິດພາຍຫຼັງເຂົ້າຮັບຕຳແໜ່ງ





ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ29-30 ສິງຫາ 2017 ໍຕາມຄຳເຊີນຂອງ ທ່ານ ນາງ ຄັງ ຄຽງ ວາ (Kang Kyung-wha), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບແຕ່ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.


ໃນວັນທີ29ສິງຫາ 2017, ທ່ານ ສະເຫຼີມໄຊ ກົມມະສິດແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ຄັງ ຄຽງ ວາ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫຼີ ແລະ ຄະນະ, ທີ່ ກະຊວງການຕ່າງປະເທດ ສ. ເກົາຫຼີ ຊຶ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່  ໝາກຜົນອັນດີ ໃນການພົວພັນມິດຕະພາບ ແລະການຮ່ວມມືທີ່ດີງາມນຳກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ການຮ່ວມມືໃນຫຼາຍດ້ານທີ່ມີໝາກຜົນຕົວຈິງ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1995 ເປັນຕົ້ນມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນລະດັບສູງຂອງສອງປະເທດ ຢ່າງເປັນປົກກະຕິ, ໄດ້ກາຍເປັນບາດກ້າວສໍາຄັນໃນປະຫວັດສາດຂອງການຮ່ວມມື ລະຫວ່າງ ສອງປະເທດ, ໄດ້ເຮັດໃຫ້ການຄ້າ, ທຸລະກິດ, ການລົງທຶນ, ການສຶກສາ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດໄດ້ມີຄວາມຄືບໜ້າໃໝ່.





ປະຈຸບັນ, ສ. ເກົາຫຼີ ໄດ້ຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ກວມເອົາ 257 ໂຄງການ, ລວມມູນຄ່າການລົງທຶນຈຳນວນ 750 ລ້ານໂດລາສະຫະລັດ ແລະ ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ 68 ລ້ານໂດລາສະຫະລັດ ໃນປີ 2016. ນອກຈາກນີ້, ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງ ສ. ເກົາຫຼີ ໃຫ້ແກ່ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ; ການຊ່ວຍເຫຼືອ (ODA) ຂອງ ສ. ເກົາຫຼີໄດ້ສຸມໃສ່ບັນດາຂະແໜງການບູລິມະສິດຂອງລາວ ຄື: ການພັດທະນາຊົນນະບົດ, ການພັດທະນາການສຶກສາ, ສາທາລະນະສຸກ ແລະ ການພັດທະນາຊັບພະຍາກອນມະນຸດ. ການຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.


ການຮ່ວມມືດ້ານ ວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງສອງປະເທດ ກໍ່ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ໂດຍສະເພາະພາຍຫຼັງທີ່ສອງປະເທດ ໄດ້ເປີດສາຍການບິນໂດຍກົງນຳກັນ ລະຫວ່າງ ເຊອູນ-ວຽງຈັນ, ວຽງຈັນ-ເຊອູນ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຈຳນວນນັກທ່ອງທ່ຽວ ສ. ເກົາຫຼີ ເຂົ້າມາລາວ ໄດ້ເພີ່ມຂຶ້ນຢ່າງໄວວາ, ມີເຖິງ 173.000 ແສນເທື່ອຄົນໃນປີ 2016 ແລະ 60.000 ກວ່າເທື່ອຄົນໃນ 6 ເດືອນຕົ້ນປີ 2017, ໃນຂະນະດຽວກັນ ນັກທ່ອງທ່ຽວລາວຈໍານວນຫຼາຍ ກໍ່ໄດ້ເດີນທາງໄປທ່ອງທ່ຽວ ສ. ເກົາຫຼີ ເຊັ່ນກັນ.
ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ພະລັງງານ ແລະ ຊັບພະຍາກອນທຳມະຊາດ, ການເງິນ-ການທະນາຄານ, ດ້ານກະສິກຳ, ສາທາລະນະສຸກ, ແຮງງານ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ຄັງ ຄຽງ ວາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ ຄົນໃໝ່ໃນເດືອນມິຖຸນາ ປີ 2017 ຜ່ານມາ. ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ຈະໄດ້ຮັບການສືບຕໍ່ຊຸກຍູ້ສົ່ງເສີມໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.