ຂ່າວ ເຕືອນໄພ

ຂີ້ເຫຍື້ອສັງຄົມ! ເມົາແລ້ວໂວຍວາຍຍິງປືນຂົ່ມຂູ່ ຍັງທ້າທາຍວ່າເປັນເຈົ້າໜ້າທີ


   ເມື່ອຕອນຄໍ່າວັນທີ 24 ສິງຫາ 2017 ຢູ່ຮ້ານຂາຍເຂົ້າປຽກທາດຫຼວງເກີດເຫດ ຊາຍຄົນໜຶ່ງຍິງປືນຂົມຂູ່ປະຊາຊົນແລ້ວຍັງບອກວ່າເປັນເຈົ້າໜ້າທີ
ຈາກເຫດການທີ່ເກີດຂຶ້ນແມ່ນ ຊາຍຄົນດັ່ງກ່າວ (ເສື້ອດຳ) ໄດ້ມາກິນເຂົ້າປຽກກັບໝູ່ນຳກັນ 2 ຄົນ (ຢູ່ໃນອາການມຶນເມົາ) ໂດຍທີ່ລາວໄດ້ນຳລົດໃຫຍ່ໄປຈອດໄວ້ແຄມທາງ ແລະ ຍ່າງເຂົ້າມາກິນເຂົ້າປຽກ.

   ຈາກນັ້ນບໍ່ດົນ ກໍ່ມີໄວລຸ້ນ 2 ຄົນຂີ່ລົດຈັກຊ້ອນກັນມາຈອດທຽບຂ້າງກັບລົດໃຫຍ່ຂອງລາວ ແລ້ວຍ່າງເຂົ້າໄປຫາໝູ່ທີ່ກຳລັງກິນເຂົ້າປຽກຢູ່ອີກຮ້ານ ຊຶ່ງບໍ່ດົນກໍ່ໄດ້ກັບ ແລະ ຂີ່ລົດຈັກອອກໄປ
   ຫຼັງຈາກໄວລຸ້ນ 2 ຄົນໄດ້ຂັບລົດຈັກອອກໄປປະມານ 2 ນາທີ ຜູ້ເປັນເຈົ້າຂອງລົດໃຫຍ່ກໍ່ໄດ້ເຂົ້າໄປຫາ (ໝູ່ຂອງຊາຍໄວລຸ້ນ) ແລ້ວຖາມວ່າ ແມ່ນເປັນໝູ່ກັນບໍ ແລະ ກໍ່ໄດ້ຕອບວ່າເປັນໝູ່ກັນ

   ຊາຍເຈົ້າຂອງລົດກໍ່ໄດ້ເວົ້າສຽງດັງໃສ່ວ່າໝູ່ນັ້ນໄປລັກງັດລົດຂອງຕົນພ້ອມກັບຍ່າງໄປຫາລົດແລ້ວກັບມາພ້ອມກັບອາວຸດປືນ ແລະ ຍິງຂຶ້ນຟ້າ 1 ນັດ ກ່ອນທີ່ຈະຂົ່ມຂູ່ ຄູ່ກໍລະນີ ພ້ອມກັບບອກວ່າຕົນເປັນເຈົ້າໜ້າທີ ບໍ່ຢ້ານໃຜ ຍັງທ້າທາຍໃຫ້ຕຳຫຼວດມາຈັບອີກ ແຕ່ພໍເວົ້າຂົມຂູ່ຈົບແລ້ວກໍ່ຮີບຂັບລົດເລັ່ງໜີອອກຈາກຮ້ານຂາຍເຂົ້າປຽກ
   ທາງຜູ້ເຫັນເຫດການຈຶ່ງຢາກຮູ້ວ່າ
1. ຊາຍໄວລຸ້ນນັ້ນໄປງັດລົດລາວຕອນໃດ?
2. ຖ້າຊາຍຄົນດັ່ງກ່າວເປັນເຈົ້າໜ້າທີ ເປັນຫຍັງຄືຂົ່ມຂູ່ປະຊາຊົນ ແລະ ບໍ່ແມ່ນຜູ້ຖືກກ່າວຫາ?
3. ແລະ ສິ່ງສຳຄັນແມ່ນ ແມ່ນໝັ້ນໃຈໄດ້ແນວໃດວ່າຊາຍໄວລຸ້ນນັ້ນເປັນຄົນບໍດີ?
   ຈຶ່ງຢາກຝາກພາກສ່ວນທີ່ກ່ຽວຂ້ອງພິຈາລະນາເຖິງເຫດການທີ່ເກີດຂຶ້ນນີ້ແດ່ ບໍ່ຢາກໃຫ້ເຫດການລັກສະນະນີ້ເກີດຂຶ້ນຢູ່ໃສອີກ ຫາກວ່າມື້ນັ້ນມີເຫດການເລືອດຕົກຢາງອອກເພາະຄວາມເຂົ້າໃຈຜິດແບບນີິກໍ່ຄົງເປັນສິ່ງທີ່ບໍ່ດີຕໍ່ໃຜແນ່ນອນ
ຂໍ້ມູນຈາກ: ສະມາຊິກແຟນເພຈ ນາທີ ຊີວິດ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.