ຂ່າວບັນເທິງ

ຈັສຕີນ ບີເບີ ນັກຮ້ອງໜຸ່ມນ້ອຍແຕ່ນ້ຳໃຈງາມ ແບ່ງປັນລາຍໄດ້ຊ່ວຍຜູ້ທຸກຍາກ




ລາວບີລິຟເບີຮູ້ບໍວ່າໃນທຸກໆບັດຄອນເສີດຂອງ ຈັສຕິນ ບີເບີ ທຸກບັດແມ່ນຈັສຕິນ ຈະຫັກອອກ 1ໂດາລາ ເພື່ອບໍລິຈາກໃຫ້ກັບໂຄງການ ສໍ ເພື່ອນ້ອງ ຫຼື  pencils of promise ເຊິງເປັນໂຄງການດີໆໂຄງການໜຶ່ງທີ່ຊ່ວຍເຫຼືອໃນການສ້າງໂຮງຮຽນໃຫ້ອຸປະກອນການຮຽນໃຫ້ທຶນການສຶກສາສຳຫຼັບປະທດທີທຸກຍາກເດັກດ້ອຍໂອກາດທົ່ວໂລກ ເຊິ່ງໜຶ່ງໃນນັ້ນໂຄງການນີ້ກະໄດ້ມາຊວ່ຍເຫຼືອລາວນຳແລະປະຈຸບັນນີ້ປີ້ຄອນເສີດຂອງຈັສຕິນແມ່ນຂາຍໄດ້ກວ່າ 2.7ລ້ານປີ້ແລ້ວ.





ໂຄງການ ສໍ ເພື່ອນ້ອງ ຫຼື Pencil  of Promise ໃນລາວໄດ້ເລີ່ມຕົ້ນໂຄງການມາແລ້ວປະມານ 7 ປີ ແລະໄດ້ເລີ່ມໃຫ້ການຊ່ວຍເຫຼືອສັງຄົມຕາມເປົ້າໝາຍຄັ່ງທຳອິດປະມານເດືອນຕຸລາ ປີ 2012 ຊຶ່ງປະກອບມີໂຮງຮຽນປະຖົມ 8 ແຫ່ງ ທີ່ບໍ່ເຄີຍໄດ້ຮັບທອນການສຶກສາມາກ່ອນ. ມາຮອດປະຈຸບັນນີ້ໂຄງການດັ່ງກ່າວແມ່ນໄດ້ໃຫ້ການຊ່ວຍເຫຼືອປຸກສ້າງໂຮງຮຽນແລ້ວ 80 ກວ່າແຫ່ງ ລວມມີ 61,794 ຄົນທີ່ໄດ້ຮັບຜົນປະໂຫຍດ. ໃນນັ້ນໂຄງການໄດ້ໃຫ້ການສົ່ງເສີມການສ້າງຄວາມເຂັ້ມແຂງແກ່ຄູສອນໃນເຂດຊຸມຊົນເປົ້າໝາຍໃຫ້ມີຄວາມສາມາດຍິ່ງຂຶ້ນ ໂດຍສະເພາະດ້ານພາສາອັງກິດ ນອກນີ້ຍັງໄດ້ລົງຫາໂຮມຮຽນຕ່າງໆເພື່ອຊ່ວຍເຫຼືອອຸປະກອນການຮຽນ, ສະໜັບສະໜູນຄາບເຂົ້າສຳລັບນັກຮຽນປະຖົມ, ສົ່ງເສີມໃຫ້ເດັກນ້ອຍເຮັດຂຸຂະອາໄມຕົນເອງດ້ວຍການລ້າງມື ຖູແຂ້ວ ແລະອື່ນໆອີກ.



ເຫັນນ້ອງນ້ອຍມີຄວາມສຸກ ພະນັກງານໃນໂຄງການກໍ່ສຸກໄປນຳ


ຕົວຢ່າງບາງໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອສ້າງໂດຍໂຄງການ Pencil of Promise


ເດັກນ້ອຍເລົ່ານີ້ຈະເປັນຜູ້ສືບຕໍ່ອະນາຄົດຂອງຊາດໃຫ້ເຂັ້ມແຂງໄດ້ຫາກເຂົາມີໂອກາດໄດ້ຮັບການສຶກສາທີ່ດີ



ຈັສຕິນ ບີເບີ ຖືເປັນນັກຮ້ອງໜຸ່ມນ້ອຍຂອງການາດາ ທີ່ແຈ້ງເກີດກັບວົງກນບັນເທິງດ້ວຍການໂຄເວີເພງໆໜຶ່ງແລ້ວນຳໄປໂພສລົງໃນຢູທູບ ຊຶ່ງໄດ້ຮັບຄວາມນິຍົມຫຼວງຫຼາຍ ແລະຖືກໃຈຜູ້ຈັດການ ທ່ານ ສະກູເຕີ ເບຣານ ຈິ່ງເອີ້ນຈັສຕິນໄປທີ່ລັດຈໍເຈຍ ແລະເຊັນສັນຍາກັບຄ້າຍເພງ ອິສແລນຣິກຂອດ. ຫຼັງຈາກນັ້ນຈັສຕິນໄດ້ອອກຜົນງານຂອງຕົນເອງໃນຊຸດທຳອິດທ້າຍປີ 2009 ຄືເພງ"One Time" "One Less Lonely Girl" ກາຍເປັນເພງທີ່ຕິດຊາດທີ 15 ໃນ 100 ເພງດັງຂອງການາດາ ແລະມີຜົນງານເພງອື່ນໆຕາມມາລ້ວນໄດ້ຮັບຄວາມນິຍົມຢ່າງລົ້ມລາມຈາກຜູ້ຟັງ.


ໜຶ່ງໂດລາກໍ່ມີຄວາມໝາຍສຳລັບເດັກນ້ອຍຜູ້ດ້ອຍໂອກາດແຕ່ຢາກຮູ້ຢາກຮຽນເພື່ອອະນາຄົດທີ່ຍາວໄກ.



ອາສາສະໝັກຈາກໂຄງການ Pencil Of Promise ລົງສ້າງກິດຈະກຳຮ່ວມກັນນ້ອງໆນັກຮຽນໃນຊົນນະບົດ.


ການທີ່ໄດ້ຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດໄດ້ມີອະນາຄົດທີ່ດີ ໜຶ່ງຄວາມພູມໃຈຂອງ ຈສຕິນ


ຂອບໃຈຮູບພາບປະທັບໃຈຈາກ https://pencilsofpromise.org/tag/laos/


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.