ກິລາ

ສິດທິເດດ ປາບນັກກີລາອິນໂດ ຂາດລອຍ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ສະນຸກເກີ ໃນຊີເກມ


   ສິດທິເດດ ສັກບຽນ ເຈົ້າຂອງຫຼຽນເງິນ ມຽນມາ ເກມ 2013 ສາມາດເອົາຊະນະ ນັກກິລາ ອິນໂດເນເຊຍ 4-0 ເກມ ເຂົ້າໄປພົບກັບ ຊານ ເກັງ ວອງ ນັກກິລາສິງກະໂປ ເຊິ່ງຈະລົງສະໜາມໃນວັນທີ 26 ສິງຫາ 2017 ເວລາ 14:00 ໂມງ ເຊັ່ນດຽວກັບອີກນັກສະນຸກເກີລາວຢ່າງ ສຸລີຍາ ມີນາລາວົງ ຊະນະ ນັກກິລາຟິລິບປິນ 4-0 ເກມ ໄດ້ຜ່ານເຂົ້າຮອບພົບກັບ ເຢ ຊໍ ຮັງ ຈາກມຽນມາ ເຊິ່ງຖ້າສອງນັກສອຍຄິວທີມຊາດລາວ ຖ້າຊະນະອີກ ຈະໄດ້ຫລຽນທອງທັນທີ.
   ຕໍ່ຜົນງານດັ່ງກ່າວ ໄດ້ຮັບການໃຫ້ກໍາລັງໃຈ ຜູ້ລະ 100 ໂດລາຈາກ ທ່ານ ລຳເຊ ພຸດທະບັນດິດ ອະດີດກອງຫຼັງນັກກິລາເຕະບານທີມຊາດລາວ ຍັງມີຮອບຕໍ່ໄປ ເພີ່ນວ່າຈະສືບຕໍ່ໃຫ້ກຳລັງໃຈຕື່ມອີກ ແນວໃດກໍ່ຕາມ ໃນການເຂົ້າຮ່ວມ ກົວລາລຳເປີ ເກມ ຄັ້ງນີ້ ທ່ານ ປະສິດໄຊ ຫລວງໂຄດ ປະທານສະຫະພັນກິລາບິນລຽດ-ກິລາສະນຸກເກີ ປະກາດອັດຊີດເບື້ອງຕົ້ນ ຫລຽນຄຳ 50 ລ້ານກີບ, ຫລຽນເງິນ 30 ລ້ານກີບ ແລະ ຫລຽນທອງ 15 ລ້ານກີບ.

   ນອກຈາກນັ້ນ ກໍ່ຍັງ ລັດຖະບານຍັງປະກາດອັດຊີດທັບນັກກິລາລາວ ໃຫ້ຕື່ມອີກ ສຳລັບຫລຽນຄຳ 25 ລ້ານກີບ ພ້ອມເງິນອັດສີດ 2,5 ລ້ານກີບ ແລະ ຫຼຽນໄຊແຮງງານ ຊັ້ນ 2 ສ່ວນຫຼຽນເງິນ ຈະໄດ້ຮັບລາງວັນເງິນສົດ 15 ລ້ານກີບ ພ້ອມເງິນອັດສີດ 2 ລ້ານກີບ ພ້ອມທັງຫຼຽນໄຊແຮງງານຊັ້ນ 3. ຂະນະທີ່ ຫຼຽນທອງ ຈະໄດ້ຮັບລາງວັນເງິນສົດ 10 ລ້ານກີບ ພ້ອມເງິນອັດສີດ 1,6 ລ້ານກີບ ແລະ ຫຼຽນກາແຮງງານ. ພ້ອມກັນນັ້ນ, ບໍລິສັດ ເບຍລາວ ຈໍາກັດ ຍັງປະກາດຈະໃຫ້ເງິນອັດສີດຫຼຽນຄໍາ 8 ລ້ານກີບ, ຫຼຽນເງິນ 3 ລ້ານກີບ ແລະ ຫຼຽນທອງ 1 ລ້ານກີບ.

ສໍາລັບໂປຣແກຣມການແຂ່ງຂັນກີລາສະນຸກເກີ ໃນຊີເກມ ທີ່ປະເທດມາເລເຊຍ ແມ່ນຈະດຳເນີນແຂ່ງຂັນລະຫວ່າງວັນທີ 23-27 ສິງຫາ 2017 ເຊິ່ງມີການແຂ່ງຂັນຊີງໄຊຫຼຽນຄໍາກັນທັງໝົດ 7 ລາຍການ ປະກອບມີ: ສະນຸກເກີດ່ຽວຊາຍ ແລະ ທີມຄູ່ຊາຍ, ບິນລຽດດ່ຽວຊາຍ, ບິນລຽດທີມຄູ່ຊາຍ, ຟູລດ່ຽວຊາຍ, ຟູລຄູ່ຊາຍ ແລະ ຟູລທີມຊາຍ, ສະເພາະ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ 4 ລາຍການ ຈາກປະເພດສະນຸກເກີ ດ່ຽວຊາຍ-ຄູ່ຊາຍ ແລະ ຟູລດ່ຽວຊາຍ ແລະ ຟູລຄູ່ຊາຍ.
  ໂດຍ ສິດທີເດດ ສັກບຽງ ຈະລົງແຂ່ງຂັນ 2 ລາຍການຄື: ປະເພດສະນຸກເກີ 15 ແດງດ່ຽວຊາຍ ແລະ ທີມຄູ່ຊາຍ ເຊິ່ງມີ 11 ປະເທດເຂົ້າຮ່ວມ ຄື: ສປປ ລາວ, ຫວຽດນາມ, ມຽນມາ, ອິນໂດເນເຊຍ, ສິງກະໂປ, ຟິລິບປິນ, ກຳປູເຈຍ, ຕີມໍ ເລສເຕ, ບຣູໄນ, ໄທ ແລະ ເຈົ້າພາບ ມາເລເຊຍ, ໃນນັ້ນ ປະເພດດ່ຽວຊາຍ ມີນັກກິລາ 16 ຄົນ ເຂົ້າຮ່ວມ ແລະ ສິດທິເດດ ສັກບຽງ ຈັບສະຫຼັກພົບກັບ ອາດີ ເຈີບີ ນັກກີລາຈາກອິນໂດເນເຊຍ ໃນວັນທີ 25 ສິງຫານີ້ ທີ່ສູນກີລາ ເຄແອລ ຊີຊີ ຫໍ 8 ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ຖ້າຫາກ ສິດທິເດດ ສາມາດເອົາຊະນະໃນເກມນີ້ ກໍ່ຈະໄດ້ຜ່ານເຂົ້າໃນຫຼິ້ນໃນຮອບ 8 ຄົນສຸດທ້າຍ ຢືນລໍຖ້າຜົນການແຂ່ງຂັນລະຫວ່າງ ສິງກະໂປ ແລະ ຫວຽດນາມ.
ຮູບຈາກ: lao su-su




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.